ທ່ານ ກິມຈອງອິນ ປະກາດສະຖານະການສຸກເສີນ ຫລັງ ສປປ ເກົາຫລີ ກວດພົບຜູ້ຕ້ອງສົງໄສຕິດໂຄວິດ-19 ຄົນທຳອິດຂອງປະເທດ

ວັນທີ 26 ກໍລະກົດ, ສຳນັກຂ່າວ KCNA ຂອງ ສປປ ເກົາຫລີ ລາຍງານວ່າ: ທ່ານ ກິມຈອງອິນ ຜູ້ນຳສູງສຸດຂອງ ສປປ ເກົາຫລີ ຮຽກປະຊຸມດ່ວນ ແລະ ປະກາດສະຖານະການສຸກເສີນແລ້ວ ຫລັງທາງການກວດພົບຜູ້ຕ້ອງສົງໄສຕິດໂຄວິດ-19 ຄົນທຳອິດຂອງປະເທດ ຫລັງການແຜ່ລະບາດຜ່ານມາເກືອບ 7 ເດືອນ.
ໂດຍຜູ້ຕ້ອງສົງໄສຄົນດັ່ງກ່າວເປັນຊາວເກົາຫລີທີ່ອົບພະຍົບໜີອອກຈາກ ສປປ ເກົາຫລີ ໄປ ສ.ເກົາຫລີ ເມື່ອ 3 ປີກ່ອນ ກ່ອນຈະລັກລອບເດີນທາງກັບເຂົ້າປະເທດຢ່າງຜິດກົດໝາຍອີກຄັ້ງໃນຕົ້ນອາທິດຜ່ານມາ ໂດຍຜ່ານເສັ້ນທາງເມືອງແກຊອງ. ເບື້ອງຕົ້ນທາງການ ສປປ ເກົາຫລີ ໄດ້ປະກາດປິດເມືອງແກຊອງຊົ່ວຄາວ, ຈຳກັດການເຂົ້າ-ອອກ ພ້ອມກັກຕົວ ແລະ ກວດສອບການຕິດເຊື້ອກັບຜູ້ທີ່ເຄີຍໃກ້ຊິດກັບຜູ້ຕ້ອງສົງໄສຄົນນີ້.
ຖ້າທາງການ ສປປ ເກົາຫລີ ປະກາດວ່າ: ຜູ້ຕ້ອງສົງໄສຄົນນີ້ຕິດເຊື້ອແທ້ ນີ້ຈະເປັນຜູ້ຕິດເຊື້ອໂຄວິດ-19 ຄົນທຳອິດຂອງປະເທດຢ່າງເປັນທາງການ ແລະ ຈະສົ່ງຜົນໃຫ້ພົບຜູ້ຕິດເຊື້ອແລ້ວຢ່າງໜ້ອຍໃນ 182 ຈາກ 193 ປະເທດທົ່ວໂລກ ໂດຍຈະເຫລືອພຽງ 11 ປະເທດໃນໂລກເທົ່ານັ້ນທີ່ຍັງບໍ່ພົບລາຍງານຜູ້ຕິດໂຄວິດ-19 ຄົນທຳອິດຢ່າງເປັນທາງການ ໄດ້ແກ່ ເຕິກເມນິສະຖານ, ໄມໂຄຣນີເຊຍ, ໝູ່ເກາະມາແຊລ, ນາອູຣູ, ຕູວາລູ, ຄິຣິບາຕີ, ຊາມົວ, ຕົງກາ, ປາເລົາ, ໝູ່ເກາະໂຊໂລມອນ ແລະ ວານູອາຕູ.

