6 ເດືອນ​ຕົ້ນ​ປີແຂວງ​ສະ​ຫວັນ​ນະ​ເຂດ ເກັບ​ລາຍ​ຮັບ​ໄດ້​ແລ້ວ 629 ຕື້ກວ່າ​ກີບ ເທົ່າກັບ 38,91% ຂອງແຜນ

ທ່ານ ແສນສັກ ສຸລິສັກ ວ່າການຫົວໜ້າພະແນກການ ເງິນແຂວງສະຫວັນນະເຂດ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະ ພາປະຊາຊົນແຂວງ ເມື່ອວັນທີ 22-24 ກໍລະກົດຜ່ານມານີ້ວ່າ: ປີ 2020 ນີ ແຂວງ ສະຫວັນນະເຂດ ໄດ້ວາງຕົວເລກແຜນລາຍຮັບງົບປະມານທັງໝົດ 1.618 ຕື້ກວ່າກີບ.

ໃນນັ້ນ, ພູດສູນກາງ 854,27 ຕື້ກີບ, ພູດຂອງທ້ອງຖິ່ນ 763,86 ຕື້ ກີບ ມີລາຍຮັບຈາກສ່ວຍສາອາກອນ 740 ຕື້ກີບ, ລາຍຮັບວິຊາການ 38,5 ຕື້ກີບ, ລາຍຮັບຈາກຊັບສິນຂອງລັດ 23,86 ຕື້ກີບ, ລາຍຮັບຈາກຄຸ້ມຄອງວິສາຫະກິດ ແລະ ປະກັນໄພ 367 ລ້ານກີບ.

ສຳລັບ 6 ເດືອນຕົ້ນປີນີ້ທົ່ວແຂວງສາມາດເກັບລາຍຮັບໄດ້ແລ້ວຫລາຍກວ່າ 629 ຕື້ກີບ, ເທົ່າກັບ 38,91% ຂອງແຜນການປີ, ທຽບໃສ່ໄລຍະດຽວຂອງປີຜ່ານມາຫຼຸດລົງ 2,94%. ໃນນີ້ລາຍຮັບພູດຂອງສູນກາງປະຕິບັດໄດ້ 368,89 ຕື້ກີບ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 4,88%. ໃນນີ້ລາຍຮັບຈາກພາສີບັນລຸໄດ້ກວ່າ 365 ຕື້ກີບ, ທຽບໃສ່ໄລຍະດຽວເພີ່ມຂຶ້ນ 4,67%. ສຳລັບພູດຂອງທ້ອງຖິ່ນປະຕິບັດໄດ້ 260,66 ຕື້ກີບ ທຽບໃສ່ໄລຍະດຽວກັນຫຼຸດລົງ 12,19%.

ສ່ວນລາຍຈ່າຍປະຈຳ 6 ເດືອນຕົ້ນປີປະຕິບັດໄດ້ຫລາຍກວ່າ 324 ຕື້ກີບ ເທົ່າກັບ 37,96% ຂອງແຜນການວາງໄວ້. ສຳລັບການປະຕິບັດລາຍຈ່າຍ 6 ເດືອນຕົ້ນປີນີ້ ແມ່ນປະຕິບັດຕາມ ແຈ້ງການສະບັບເລກທີ1037/ກງ, ລົງວັນທີ 11 ເມສາ 2020 ວ່າດ້ວຍການຈັດບູລິມະສິດ ລາຍ ຈ່າຍ ແລະການຕັດເງິນ ພາກ 63 ລົງ 10% ເທົ່າກັບ 2,12 ຕື້ກີບ. ສ່ວນການດຸ່ນດຽງ ຈາກສູນກາງໃນ 6 ເດືອນຕົ້ນປີນີ້ມີ 46,65 ຕື້ກີບ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ