ສະຫລຸບບັນຫາໜ້າສົນໃຈທົ່ວໂລກວັນທີ 25 ກໍລະກົດ 2020

- Bridgewater Associates ກອງທຶນປ້ອງກັນຄວາມສ່ຽງໃຫຍ່ທີ່ສຸດຂອງໂລກຂອງ Ray Dalio ໄດ້ປະກາດເຖິງຄວາມຕ້ອງການຈະປົດພະນັກງານອອກເພີ່ມຕື່ມ ຫລັງກ່ອນໜ້ານີ້ໄດ້ປົດພະນັກງານໄປແລ້ວຫລາຍສິບຄົນຈາກທັງໝົດ 1.580 ຄົນ.
ສິນຊັບຂອງບໍລິສັດຫລຸດລົງ 15% ໃນໄລຍະເດືອນທຳອິດທີ່ມີການລະບາດ ພ້ອມໆກັບການທີ່ອະດີດ CEO ຮ່ວມຂອງບໍລິສັດໄດ້ເປີດເຜີຍເຖິງຂໍ້ຂັດແຍ່ງການເລືອກປະຕິບັດທາງເພດພາຍໃນອົງກອນ ຫລັງຈາກບໍລິສັດຟ້ອງຮ້ອງຕໍ່ນາງ ເພື່ອໂຈະການຈ່າຍຄ່າຕອບແທນຖ້າຕັດບັນຊີ (Deferred compensation) 100 ລ້ານກວ່າໂດລາ.
ມູນຄ່າຊັບສິນໂດຍລວມຂອງ Bridegewater ຫລຸດລົງເຫລືອ 1,38 ແສນລ້ານໂດລາ ໃນເດືອນເມສາຜ່ານມາ ຈາກລະດັບ 1,63 ແສນລ້ານໂດລາ ໃນເດືອນກຸມພາ. ຂະນະທີ່ມູນຄ່າຂອງກອງທຶນຍ່ອຍ Pure Alpha II ຫລຸດລົງ 20,6% ໃນເຄິ່ງທຳອິດຂອງປີ.
Ray Dalio ໃຫ້ເຫດຜົນໃນເລື່ອງການຫລຸດພະນັກງານວ່າ: “ເຕັກໂນໂລຊີທີ່ປ່ຽນໄປ ແລະ ສະພາບແວດລ້ອມທີ່ຕ້ອງການໃຫ້ຄົນເຮັດວຽກຈາກຢູ່ເຮືອນຫລາຍຂຶ້ນ ໄດ້ປ່ຽນແປງຮູບແບບຂອງຄົນທີ່ເຮົາຕ້ອງການໃນການບໍລິການລູກຄ້າ”.
- Florida ກາຍເປັນລັດທີ 3 ຂອງອາເມລິກາທີ່ມີຜູ້ຕິດເຊື້ອ COVID-19 ຫລາຍກວ່າ 400.000 ຄົນ. ຂະນະທີ່ທົ່ວປະເທດມີຜູ້ຕິດເຊື້ອເຖິງ 4 ລ້ານຄົນຮຽບຮ້ອຍແລ້ວ ຖືເປັນການເພີ່ມຂຶ້ນ 2 ເທົ່າພາຍໃນເວລາພຽງ 6 ອາທິດຂອງການລະບາດ ເນື່ອງຈາກຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນໃນຫລາຍລັດຂອງປະເທດ ໂດຍສະເພາະທາງຕອນໃຕ້ ແລະ ເບື້ອງຕາເວັນຕົກ.
ໃນວັນທີ 24 ກໍລະກົດຜ່ານມາ ມີຜູ້ເສຍຊີວິດຈາກ COVID-19 ຫລາຍກວ່າ 1.000 ຄົນຕໍ່ມື້ ເປັນມື້ທີ 4 ຕິດຕໍ່ກັນແລ້ວ ເຊິ່ງຖືເປັນຄັ້ງທຳອິດທີ່ເກີດຂຶ້ນນັບແຕ່ເດືອນພຶດສະພາ.
ເຖິງຢ່າງໃດກໍຕາມ, ຈຳນວນຜູ້ເສຍຊີວິດຕໍ່ມື້ໃນປັດຈຸບັນຍັງຕໍ່າກວ່າລະດັບໃນເດືອນເມສາ ສະເລ່ຍຕໍ່ມື້ມີຜູ້ເສຍຊີວິດປະມານ 2.000 ຄົນ.
- ທະນາຄານກາງແຫ່ງຣັດເຊຍ ໄດ້ຫລຸດອັດຕາດອກເບ້ຍລົງສູ່ລະດັບຕໍ່າສຸດເປັນປະຫວັດສາດ 4,25% ແລະ ຍັງກ່າວອີກວ່າ ພວກເຂົາອາດຫລຸດດອກເບ້ຍເພີ່ມຕື່ມຕໍ່ຈາກນີ້ ເນື່ອງຈາກອັດຕາເງິນເຟີ້ທີ່ຢູ່ໃນລະດັບຕໍ່າ ແລະ ເສດຖະກິດຫລຸດລົງ.
ທະນາຄານກາງໄດ້ຫລຸດອັດຕາດອກເບ້ຍເປັນຄັ້ງທີ 4 ແລ້ວສຳລັບປີນີ້ ໂດຍມີເປົ້າໝາຍຫລັກເພື່ອສະໜັບສະໜູນເສດຖະກິດທີ່ອ່ອນແອຈາກການລະບາດຂອງ COVID-19 ແລະ ການ Lockdown ເພື່ອຄວບຄຸມການແຜ່ກະຈາຍຂອງພະຍາດ.
- Goldman Sachs ບັນລຸຂໍ້ຕົກລົງທີ່ຈະຈ່າຍເງິນ 3,9 ພັນລ້ານໂດລາ ເພື່ອຢຸດການຕໍ່ສູ້ທາງກົດໝາຍເລື່ອງເງິນສໍ້ໂກງຈາກ 1MDB ເຊິ່ງເປັນກອງທຶນຄວາມໝັ້ນຄົງແຫ່ງຊາດຂອງມາເລເຊຍ.
ທະນາຄານສະເໜີຈ່າຍເງິນສົດມູນຄ່າ 2,5 ພັນລ້ານໂດລາ ໃຫ້ລັດຖະບານມາເລເຊຍ ແລະ ຮັບປາກຈະຈ່າຍເພີ່ມອີກ 1,4 ພັນລ້ານໂດລາ ຈາກການຂາຍສິນຊັບທີ່ຖືກຍຶດ ໂດຍມີຂໍ້ແລກປ່ຽນຄື ຂໍ້ຫາທາງອາຍາຕໍ່ພະນັກງານຂອງ Goldman Sachs ຫລາຍຄົນຈະຖືກຍົກເລີກທັງໝົດ.
- ອາເມລິກາ ແລະ ອັງກິດ ຕັ້ງຂໍ້ກ່າວຫາຕໍ່ຣັດເຊຍໃນເລື່ອງຂອງການພັດທະນາ ແລະ ທົດສອບອາວຸດຕໍ່ຕ້ານດາວທຽມ ເຊິ່ງເປັນລັກສະນະຂອງອາວຸດ ເຊິ່ງຕັ້ງຖິ່ນຖານຢູ່ໃນອະວະກາດ (Space-Based).
ກອງບັນຊາການອະວະກາດຂອງອາເມລິກາ ອ້າງວ່າດາວທຽມຂອງຣັດເຊຍຊື່ Cosmos 2543 (ບາງແຫລ່ງຂ່າວຂຽນວ່າ Kosmos) ໄດ້ຍິງລູກປືນອອກມາ ຂະນະທີ່ກະຊວງປ້ອງກັນປະເທດຣັດເຊຍກ່າວວ່າ ພວກເຂົາພຽງແຕ່ທົດສອບອຸປະກອນໃນອະວະກາດເທົ່ານັ້ນ.
ການຖືກຳເນີດຂອງອາວຸດຕໍ່ຕ້ານດາວທຽມພາຍໃນວົງໂຄຈອນ ຈະຖືເປັນຍຸກສະໄໝໃໝ່ຂອງການເຮັດສົງຄາມໃນອະວະກາດ.
ສັງເກດໄດ້ວ່າ ເຕັກໂນໂລຊີທາງການທະຫານໃນປັດຈຸບັນນີ້ກຳລັງກາຍເປັນການສ້າງກອງທັບໃນອະວະກາດຫລາຍຂຶ້ນເລື້ອຍໆ ດ້ວຍເຕັກໂນໂລຊີທີ່ກ້າວໜ້າຂຶ້ນ, ລະດັບຄວາມຮຸນແຮງ ແລະ ຄວາມເສຍຫາຍຈາກອາວຸດສົງຄາມກໍຈະເພີ່ມຂຶ້ນເຊັ່ນກັນ.
ດັ່ງນັ້ນ ສິ່ງທີ່ມະນຸດຄວນພັດທະນາຄຽງຄູ່ໄປກັບເຕັກໂນໂລຊີ ກໍຄືເລື່ອງຂອງສິນລະທຳໃນການຢູ່ຮ່ວມກັນ.
- ການໂຕ້ຕອບກັນໄປມາລະຫວ່າງຄະນະການທູດຂອງຈີນ ແລະ ອາເມລິກາ ໄດ້ກ້າວຂຶ້ນໄປສູ່ອີກລະດັບແລ້ວ ໂດຍຫລ້າສຸດເຈົ້າໜ້າທີ່ FBI ໄດ້ກ່າວຫາຈີນໃນການໃຫ້ບ່ອນລີ້ຊ້ອນແກ່ອະດີດເຈົ້າໜ້າທີ່ທະຫານໃນສະຖານກົງສຸນຂອງເມືອງ San Francisco ເຊິ່ງເຈົ້າໜ້າທີ່ດັ່ງກ່າວເປັນບຸກຄົນທີ່ອາເມລິກາຕ້ອງການໃນຄວາມຜິດເລື່ອງວີຊາ ແລະ ບໍ່ດົນຕໍ່ຈາກນັ້ນ ພວກເຂົາກໍໄດ້ປະກາດຈັບກຸມນາງ.
ກ່ອນໜ້ານີ້ເຄີຍມີການຈັບກຸມທີ່ຄ້າຍຄືກັນ ໂດຍເປັນຊາວສິງກະໂປ ເຊິ່ງຖືກຈັບກຸມໃນເດືອນພະຈິກປີຜ່ານມາ ເຊິ່ງອາເມລິກາລະບຸວ່າບຸກຄົນດັ່ງກ່າວມີຄວາມຜິດໃນຂໍ້ຫາສອດແນມໃຫ້ປະເທດຈີນ.
- ສະມາຊິກ 70 ຄົນຂອງບຸກຄະລາກອນທາງເວັບໄຊຂ່າວທີ່ສຳຄັນທີ່ສຸດໃນປະເທດຮົງກາລີ ເຊິ່ງຖືເປັນດັດຊະນີທີ່ຊີ້ວັດເຖິງຄວາມມີອິດສະຫລະພາບພາຍໃນປະເທດ ໄດ້ປະກາດລາອອກພ້ອມກັນ ຫລັງຈາກພວກເຂົາຮຽກຮ້ອງໃຫ້ Szabolcs Dull ເຊິ່ງເປັນບັນນາທິການຄົນເກົ່າ ແລະ ຍັງເປັນຜູ້ຖືຫຸ້ນລາຍໃຫຍ່ທີ່ສຸດຂອງບໍລິສັດ ຖືກກູ້ຄືນກັບມາຮັບຕຳແໜ່ງ.
Szabolcs Dull ຖືກລັດຖະບານໄລ່ອອກໃນວັນທີ 21 ກໍລະກົດຜ່ານມາ ພາຍໃຕ້ຄວາມກົດດັນຕ່າງໆນາໆ. ຂະນະທີ່ Miklos Vaszily ຜູ້ເຊິ່ງເປັນພັນທະມິດຂອງປະທານາທິບໍດີຝ່າຍຜະເດັດການ Viltor Orban ໄດ້ຫລຸດອັດຕາສ່ວນການຖືຄອງຫຸ້ນຂອງບໍລິສັດລົງ 50% ໃນເດືອນມີນາຜ່ານມາ.

