ຮອງປະທານປະເທດ ເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ

ໃນວັນທີ 23 ກໍລະກົດນີ້, ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ໄດ້ລົງເຄື່ອນໄຫວເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງອຸດົມໄຊ ຄັ້ງທີ IX ທີ່ຈະຈັດຂຶ້ນໃນລະຫວ່າງ ວັນທີ 24-25 ກໍລະກົດນີ້ ແລະ ໄດ້ຮັບລາຍງານຈາກສະຫາຍເລຂາພັກແຂວງ, ເຈົ້າແຂວງອຸດົມໄຊວ່າ: ມາຮອດປັດຈຸບັນ ແຂວງອຸດົມໄຊ ໄດ້ມີຄວາມພ້ອມ 100% ເພື່ອຈັດກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ IX ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 24-25 ກໍລະກົດນີ້ ເຊິ່ງເປັນແຂວງທຳອິດຂອງທົ່ວປະເທດທີ່ຈັດກອງດັ່ງກ່າວຂຶ້ນ ແລະ ກອງປະຊຸມໃຫຍ່ດັ່ງກ່າວໄດ້ງົດຫລາຍພິທີການທີ່ບໍ່ຈຳເປັນເຊັ່ນ: ບໍ່ມີການມອບຊໍ່ດອກໄມ້, ບໍ່ມີການສະແດງສິລະປະ, ບໍ່ມີການເຂົ້າອວຍພອນຈາກ 3 ອົງການຈັດຕັ້ງມະຫາຊົນ, ບໍ່ມີການໂຮມຊຸມນຸມມິດຕິ້ງ ແລະ ງານລ້ຽງສະຫລອງຜົນສຳເລັດຂອງກອງປະຊຸມ. ທັງນີ້ກໍເພື່ອແນໃສ່ຫລຸດຜ່ອນເລລາ, ຫລຸດຜ່ອນຄ່າໃຊ້ຈ່າຍຕ່າງໆ ທັງເປັນການປະຕິບັດມາດຕະການປ້ອງກັນໂຄວິດ-19 ອີກດ້ວຍ.

