ສະຫລຸບບັນຫາໜ້າສົນໃຈທົ່ວໂລກວັນທີ 23 ກໍລະກົດ 2020

- Pfizer ບໍລິສັດຜູ້ຜະລິດຢາຍັກໃຫຍ່ ແລະ BioNTech ບໍລິສັດເຕັກໂນໂລຊີຊີວະພາບສັນຊາດເຢຍລະມັນ ໄດ້ປະກາດເຖິງຂໍ້ຕົກລົງເກືອບ 20.000 ລ້ານໂດລາ ໃນການຈັດຫາວັກແຊງໃຫ້ອາເມລິກາ.
ຖ້າວັກແຊງຖືກພິສູດແລ້ວວ່າມີປະສິດທິພາບ ພວກມັນອາດຖືກຈັດສົ່ງໃຫ້ອາເມລິກາ ເປັນຈຳນວນເຖິງ 600 ລ້ານໂດສ ແລະ ປະຊາກອນຂອງພວກເຂົາຈະໄດ້ຮັບອິດສະຫລະກັບຄືນມາຈາກໄວຣັສ.
ອີກອັນໜຶ່ງ ວັກແຊງຍັງຢູ່ໃນລະຫວ່າງການພັດທະນາ ແຕ່ບໍລິສັດຄາດວ່າຈະສາມາດຜະລິດຢາອອກມາໄດ້ສູງເຖິງ 100 ລ້ານໂດສ ພາຍໃນປີນີ້ ເຊິ່ງແນ່ນອນວ່າທັງໝົດຈະຖືກສົ່ງໃຫ້ອາເມລິກາພຽງປະເທດດຽວເທົ່ານັ້ນ ເນື່ອງຈາກມາດຕະການກັກກັນ ແລະ ສຳຮອງຢາຂອງພວກເຂົາ.
- Slack Technologies ບໍລິສັດຜູ້ເປັນເຈົ້າຂອງ Platform ສົ່ງຂໍ້ຄວາມຊື່ດັງຫລາຍໂປຣແກຣມ ໄດ້ຍື່ນຄຳຮ້ອງຮຽນບໍລິສັດ Microsoft ຕໍ່ສະຫະພາບເອີຣົບ ໂດຍກ່າວວ່າບໍລິການດ້ານການສື່ສານພ້ອມດ້ວຍຊຸດໂປຣແກຣມ Office 365 ນັ້ນຜິດກົດໝາຍ ແລະ ຕໍ່ຕ້ານການແຂ່ງຂັນທາງການຕະຫລາດ.
ໃນປີ 2008 Microsoft ເຄີຍປະສົບບັນຫາການຖືກຮ້ອງຮຽນໃນກໍລະນີຄ້າຍຄືກັນ ໃນເລື່ອງຜະລິດຕະພັນ Windows ແລະ Internet Explorer ຂອງພວກເຂົາ.
ຂະນະດຽວກັນ ທາງຄະນະກຳມາທິການແຫ່ງສະຫະພາບເອີຣົບເລີ່ມການສອບສວນຢ່າງເປັນທາງການພາຍໃນໄລຍະເວລາບໍ່ດົນຕໍ່ຈາກນີ້.
- Tesla ເຊິ່ງຄັ້ງໜຶ່ງເຄີຍເປັນຜູ້ຜະລິດລົດຍົນໄຟຟ້າທີ່ຂາດທຶນມາຕະຫລອດ. ຫລ້າສຸດໄດ້ລາຍງານຜົນກຳໄລຕິດຕໍ່ກັນ 4 ໄຕມາດແລ້ວ ໂດຍບໍລິສັດສາມາດສ້າງກຳໄລໄດ້ເຖິງ 104 ລ້ານໂດລາ ໃນໄຕມາດທີ 2 ຂອງປີນີ້ ເຖິງວ່າຈະມີການຢຸດສະງັກໃນດ້ານການຜະລິດໄປຊົ່ວຄາວເນື່ອງຈາກການລະບາດຂອງໄວຣັສ.
ນອກຈາກນີ້ Elon Musk ຍັງໄດ້ເປີດເຜີຍເຖິງແຜນການຂະຫຍາຍໂຮງງານຜະລິດຢູ່ເມືອງ Austin ລັດ Texas ສະຫະລັດອາເມລິກາ ເຊິ່ງຈະມຸ່ງເປົ້າໝາຍຫລັກໃສ່ການສ້າງລົດກະບະໄຟຟ້າເໜືອສິ່ງອື່ນໃດ.
- ຈີນຂູ່ຈະຕອບໂຕ້ຢ່າງໜັກຫລັງຈາກລັດຖະບານອາເມລິກາ ສັ່ງໃຫ້ພວກເຂົາປິດສະຖານກົງສຸນຢູ່ເມືອງ Houston ທ່າມກາງຂໍ້ຂັດແຍ່ງເລື່ອງການຈາລະກຳຂໍ້ມູນທາງເສດຖະກິດ.
ທາງການຈີນກ່າວວ່າ ການເຄື່ອນໄຫວຄັ້ງນີ້ຂອງອາເມລິກາ ໄດ້ສ້າງຄວາມເຄັ່ງຕຶງທະວີຄວາມຮຸນແຮງຂຶ້ນແບບບໍ່ເຄີຍມີມາກ່ອນ ແລະ ຢືນຢັນວ່າຈີນຈະຕອບໂຕ້ລະດັບດຽວກັນ ເຊິ່ງຄາດວ່າຈະເປັນການສັ່ງປິດສະຖານກົງສຸນຢູ່ເມືອງຮົງກົງ, ຫວູ່ຮັ່ນ ແລະ ເມືອງອື່ນໆ.
ການພົວພັນລະຫວ່າງທັງ 2 ປະເທດໄດ້ເສື່ອມລົງຫລາຍໃນປີນີ້. ຂະນະທີ່ບັນຫາຂໍ້ຂັດແຍ່ງເລື່ອງ ຕ່າງໆ ນັບແຕ່ການຄ້າໄປຈົນເຖິງ Coronavirus.
- ປະທານາທິບໍດີ ໂດນັລ ທຣຳ ໄດ້ປະກາດຈະສົ່ງໜ່ວຍປາບປາມຈາກລັດຖະບານກາງເຂົ້າໄປເມືອງທີ່ປົກຄອງໂດຍຝ່າຍ Democrats ໂດຍອ້າງວ່າເມືອງເຫລົ່ານັ້ນ “ອ້ອມຮອບໄປດ້ວຍອາຊະຍາກຳທີ່ຮຸນແຮງ”.
ເຈົ້າໜ້າທີ່ຈາກລັດຖະບານກາງກຳລັງຖືກສົ່ງເຂົ້າໄປເມືອງ Albuquerque, Chicago ແລະ Kansas City ໂດຍການເຄື່ອນໄຫວຄັ້ງນີ້ເກີດຂຶ້ນຫລັງຈາກພວກເຂົາໄດ້ສົ່ງໜ່ວຍງານຈາກລັດຖະບານກາງເຂົ້າປາບປາມຜູ້ປະທ້ວງຕໍ່ຕ້ານຢູ່ເມືອງ Portland.
ອີກອັນໜຶ່ງ ຄະແນນຄວາມນິຍົມຂອງ ໂດນັລ ທຣຳ ໃນການສຳຫລວດລະດັບປະເທດຂອງອາເມລິກາ ລະບຸວ່າ ທ່ານກຳລັງມີຄະແນນສຽງທີ່ຫລຸດລົງໄປຢູ່ໃນລະດັບຕໍ່າ ໂດຍຜູ້ຄົນຕ່າງມີຄວາມເຫັນວ່າ ທຣຳ ຕ້ອງການຕັ້ງຕົນເອງໃຫ້ເປັນກົດລະບຽບ ແລະ ກົດໝາຍຂອງບ້ານເມືອງ.
- ພັກແຮງງານຂອງອັງກິດ ໄດ້ຂໍໂທດຕໍ່ສານສູງຂອງປະເທດສຳລັບຄວາມຄິດເຫັນທີ່ປອມ ແລະ ການໝິ່ນປະໝາດ ເຊິ່ງກ່ຽວຂ້ອງກັບສະມາຊິກ 7 ຄົນທີ່ເວົ້າກ່ຽວກັບການຕໍ່ຕ້ານຊາວຢິວພາຍໃຕ້ການນຳຂອງ Jeremy Corbyn ເຊິ່ງເປັນຜູ້ນຳພັກຄົນກ່ອນ.
ພັກແຮງງານໄດ້ຕົກລົງຈະຈ່າຍເງິນຊົດເຊີຍຄ່າເສຍຫາຍເປັນຈຳນວນຫລາຍ ແລະ ຫລັງຈາກນີ້ພວກເຂົາຈະຖືກສອບສວນແຍກຕ່າງຫາກ ໂດຍຄະນະກຳມາທິການດ້ານສິດທິມະນຸດ ແລະ ຄວາມເທົ່າທຽມກັນ ສຳລັບຂໍ້ກ່າວຫາທີ່ພວກເຂົາຕໍ່ຕ້ານຊາວຢິວ.
- ຊາຍຄົນໜຶ່ງໄດ້ອອກມາຮັບສາລະພາບວ່າ ລາວເຮັດໜ້າທີ່ເປັນຄົນກາງໃນຄະດີຄາດຕະກຳ Daphne Caruana Galizia ນັກຂ່າວຊາວມອນຕາ ເຊິ່ງຖືກພົບສົບໃນຫ້ອງນອນຂອງລາວເອງ ໂດຍມີບາດແຜຖືກມີດຟັນ ແລະ ແທງບໍລິເວນຄໍ ແລະ ໜ້າທ້ອງ.
Melvin Theuma ອະດີດຄົນຂັບລົດຕັກຊີ ໄດ້ເຂົ້າມອບຫລັກຖານ ພ້ອມໃຫ້ປາກຄຳຕໍ່ເຈົ້າໜ້າທີ່ໃນວັນທີ 22 ກໍລະກົດ ກ່ຽວກັບການພົວພັນຂອງລາວໃນຄະດີຄາດຕະກຳດັງກ່າວ ເຊິ່ງເກີດຂຶ້ນເມື່ອປີ 2017 ໂດຍໃນຕອນນັ້ນ ຕຳຫລວດໄດ້ສະຫລຸບສຳນວນຄະດີວ່າ ບາດແຜຂອງລາວເກີດຂຶ້ນຈາກການລົງມືທຳຮ້າຍຕົນເອງ.
- Twitter ກ່າວວ່າພວກເຂົາໄດ້ລົບຫລາຍພັນບັນຊີອອກຈາກລະບົບ ແລະ ຈະບໍ່ມີການໄຮໄລໂພສ ເຊິ່ງກ່ຽວຂ້ອງກັບທິດສະດີສົມຄົບຄິດທີ່ມີຊື່ວ່າ QAnon ອີກຕໍ່ໄປ ເພື່ອປ້ອງກັນອັນຕະລາຍຈາກອອຟລາຍ.
ໂດຍ QAnon ຄືທິດສະດີທີ່ກ່າວວ່າ: “ໂດນັລ ທຣຳ ກຳລັງກອບກູ້ໂລກໂດຍການເຮັດສົງຄາມແບບລັບໆກັບກຸ່ມທີ່ເອີ້ນວ່າ Deep-State (ລັດລຶກ) ເຊິ່ງເປັນລັດທິບູຊາຊາຕານທີ່ປະກອບໄປດ້ວຍກຸ່ມຜູ້ມີອຳນາດໃນລະດັບຫົວກະທິ ແລະ ກຳລັງກຸມອຳນາດຢູ່ເບື້ອງຫລັງການປົກຄອງຂອງລັດຖະບານ, ທຸລະກິດ ແລະ ສື່ຕ່າງໆໃນປັດຈຸບັນ.
ກຸ່ມຜູ້ທີ່ເຊື່ອໃນ QAnon ໄດ້ຄາດຄະເນວ່າເຫດການໃນປັດຈຸບັນຈະນຳໄປສູ່ການຈັບກຸມ ແລະ ປະຫານບຸກຄົນສຳຄັນຂອງໂລກຄື Hillary Clinton.
ອີກອັນໜຶ່ງ ຜູ້ທີ່ເຊື່ອໃນທິດສະດີ QAnon ສ່ວນຫລາຍຈະເປັນກຸ່ມຄົນທີ່ສະໜັບສະໜູນປະທານາທິບໍດີ ໂດນັລ ທຣຳ ແລະ Twitter ກໍໄດ້ກາຍເປັນ Social Network ແຫ່ງທຳອິດທີ່ອອກມາຕໍ່ຕ້ານການເຜີຍແຜ່ທິດສະດີນີ້.
- ຄະນະໄອຍະການຂອງເຢຍລະມັນກ່າວວ່າ ພວກເຂົາໄດ້ຈັບກຸມ Markus Braun ອະດີດຜູ້ບໍລິຫານ Wirecard ເປັນຄັ້ງທີ 2 ພ້ອມກັບອະດີດຜູ້ບໍລິຫານຂອງອີກຫລາຍບ່ອນທີ່ພວກເຂົາສົງໄສວ່າຈະມີສ່ວນໃນການສົມຮູ້ຮ່ວມຄິດໃນການຂະຫຍາຍຜົນການດຳເນີນງານຂອງກຸ່ມການຊຳລະເງິນດ້ວຍລາຍໄດ້ປອມ.
ຄະນະໄອຍະການກຳລັງສົງໄສວ່າກຸ່ມຜູ້ບໍລິຫານຂອງ Wirecard ຈະເລີ່ມສໍ້ໂກງຕົວເລກທາງບັນຊີນັບແຕ່ຕົ້ນປີ 2015. ປັດຈຸບັນບໍລິສັດດັ່ງກ່າວໄດ້ລົ້ມລະລາຍລົງເມື່ອເດືອນມິຖຸນາ 2020.

