ຊິນຈຽງພົບຜູ້ຕິດເຊື້ອໂຄວິດ-19 ຕິດເຊື້ອໃນທ້ອງຖິ່ນໃໝ່ 9 ຄົນ ບໍ່ສະແດງອາການອີກນັບສິບ

ວັນ​ທີ 22 ກໍລະກົດ, ຄະນະກຳມະການ​ສຸຂະພາບ​ເຂດ​ປົກຄອງ​ຕົນ​ເອງ​ຊິນ​ຈຽງ​ອຸຍ​ກູ ທາງ​ຕາ​ເວັນ​ຕົກ​ສຽງ​​ເໜືອ​ຂອງ​ຈີນ ລາຍ​ງານ​ການກວດ​ພົບ​ຜູ້​ຕິດ​ເຊື້ອ​ໄວຣັສ​ໂຄ​ໂຣນາ 2019 (​ໂຄ​ວິດ-19) ທີ່​ໄດ້​ຮັບ​ການ​ຢືນຢັນ​ຜົນ​ວ່າ​ຕິດ​ເຊື້ອ​ໃນ​ທ້ອງ​ຖິ່ນ​ເພີ່ມ 9 ຄົນ​ໃນ​ວັນ​ທີ 21 ກໍລະກົດ ​ໂດຍ​ພົບ​ຢູ່​ນະຄອນ​ອຸຣຸມຊີ ​ເມືອງ​​ເອກ​ຂອງ​ຊິນ​ຈຽງ. ອີກ​ທັງ​ຍັງ​ມີ​ລາຍ​ງານ​ພົບ​ຜູ້​ຕິດ​ເຊື້ອບໍ່​ສະ​ແດງ​ອາການ​ໃໝ່​ອີກ 14 ຄົນ​ຢູ່​ເມືອງ​ເອກ​ແຫ່ງ​ນີ້.

ທັງ​ນີ້ ຊິນ​ຈຽງ​ລາຍ​ງານ​ການກວດ​ພົບ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ທີ່​ໄດ້​ຮັບ​ການ​ຢືນຢັນ​ຜົນ​ທັງ​ໝົດ 64 ຄົນ ​ແລະ ຜູ້​ຕິດ​ເຊື້ອບໍ່​ສະ​ແດງ​ອາການ 69 ຄົນ ລະຫວ່າງ​ວັນ​ທີ 15-21 ກໍລະກົດ​ຜ່ານ​ມາ ​ແລະ ​ເມື່ອ​ນັບ​ຮອດ​ວັນ​ທີ 21 ກໍລະກົດ ຊິນ​ຈຽງ​ມີ​ຜູ້​ຢູ່​ພາຍ​ໃຕ້​ການ​ສັງ​ເກດ​ການ​ທາງ​ການ​ແພດ​ທັງ​ໝົດ 3.162 ຄົນ.