ໂລກຮ້ອນຂຶ້ນ ສັນຍານເຕືອນຂອງໄພພິບັດຮຸນແຮງ

ຄວາມລົ້ມເຫລວໃນການຫລຸດການປ່ອຍແກັສເຮືອນແກ້ວອາດເຮັດໃຫ້ສະພາບອາກາດປ່ຽນແປງເຊັ່ນ: ຝົນຕົກໜັກ, ນ້ຳຖ້ວມກະທັນຫັນ ກາຍເປັນເລື່ອງທີ່ເກີດຂຶ້ນເປັນປະຈຳ ແລະ ທະວີຄວາມຮຸນແຮງຂຶ້ນ.
ໃນກາງເດືອນຜ່ານມາ, ຍີ່ປຸ່ນຕ້ອງພົບກັບນ້ຳຖ້ວມ ແລະ ແຜ່ນດິນເຈື່ອນໜັກທີ່ສຸດຄັ້ງໜຶ່ງຂອງປະເທດ ຈາກຝົນທີ່ວ່າກັນວ່າຕົກໜັກແບບບໍ່ເຄີຍເກີດຂຶ້ນມາກ່ອນ ຕ້ອງອົບພະຍົບປະຊາຊົນນັບລ້ານຄົນ.
ເຖິງວ່າໄລຍະເວລານັ້ນຈະເປັນໄລຍະທີ່ຍີ່ປຸ່ນຕ້ອງພົບຝົນຕົກໜັກຢູ່ແລ້ວ, ແຕ່ສະພາບອາກາດປ່ຽນແປງ (extreme weather) ແບບນີ້ມີທ່າອ່ຽງຈະເກີດຂຶ້ນເລື້ອຍໆ ແລະ ຮຸນແຮງຂຶ້ນຈົນກາຍເປັນເລື່ອງປົກກະຕິ ເນື່ອງມາຈາກການປ່ຽນແປງຂອງສະພາບອາກາດ.
ເມື່ອອຸນຫະພູມສູງຂຶ້ນ ບວກກັບລະດັບນ້ຳທະເລເພີ່ມຂຶ້ນ ອາຍນ້ຳມະຫາສານຈາກທະເລຈີນຕາເວັນອອກ ແລະ ທະເລຈີນໃຕ້ ຈະກໍ່ຕົວເປັນກຸ່ມອາຍນ້ຳໃນບັນຍາກາດຂະໜາດໃຫຍ່ ເຮັດໃຫ້ເກີດພາຍຸຝົນຕົກໜັກໃນປະລິມານເທົ່າກັບນ້ຳຝົນໝົດປີຢູ່ຍີ່ປຸ່ນ.
ສ່ວນຈີນພົບຝົນຕົກໜັກຕໍ່ເນື່ອງຈົນເກີດດິນເຈື່ອນ ແລະ ນ້ຳຖ້ວມຄັ້ງໃຫຍ່ໃນຮອບຫລາຍສິບປີໃນພື້ນທີ່ 27 ມົນທົນຈາກທັງໝົດ 31 ມົນທົນ ສົ່ງຜົນກະທົບຕໍ່ປະຊາຊົນປະມານ 37 ລ້ານຄົນ, ເສຍຊີວິດ ຫລື ສູນຫາຍ 141 ຄົນ ແລະ ສ້າງຄວາມເສຍຫາຍທາງເສດຖະກິດແລ້ວຫລາຍກວ່າ 86.000 ລ້ານຢວນ.
ຈີນຕ້ອງພົບກັບນ້ຳຖ້ວມເປັນປົກກະຕິໃນຊ່ວງລະດູຮ້ອນ ແຕ່ເມື່ອລວມກັບປັດໄຈດ້ານສະພາບອາກາດທີ່ປ່ຽນແປງໄປ ຫລາຍພື້ນທີ່ຈຶ່ງມີຝົນຕົກໜັກຍາວນານ ແລະ ຕໍ່ເນື່ອງ ໂດຍສະເພາະໃນຊ່ວງບໍ່ເທົ່າໃດປີຜ່ານມາ.
ລາຍງານປະຈຳປີດ້ານການປ່ຽນແປງຂອງສະພາບອາກາດຂອງຈີນໃນປີຜ່ານມາລະບຸວ່າ: ນັບແຕ່ປີ 1961-2018 ເກີດຝົນຕົກໜັກຢູ່ຈີນເພີ່ມຂຶ້ນ ແລະ ເພີ່ມຂຶ້ນຢ່າງເຫັນໄດ້ຊັດນັບແຕ່ກາງທົດສະວັດທີ 1990.
ຂະນະທີ່ອິນເດຍ ເຊິ່ງຢູ່ໃນລະດູມໍລະສຸມ ແລະ ຜະເຊີນກັບນ້ຳຖ້ວມໜັກບໍ່ຕ່າງຈາກຈີນ ກະຊວງວິທະຍາສາດໂລກເຜີຍຜົນການສຶກສາກ່ຽວກັບວິກິດສະພາບອາກາດ ພົບວ່າສະພາບໂລກຮ້ອນຈະສົ່ງຜົນໃຫ້ອິນເດຍມີຝົນຕົກໜັກ, ຖືກພາຍຸໄຊໂຄນພັດຖະຫລົ່ມ ແລະ ແຫ້ງແລ້ງຫລາຍຂຶ້ນ ຕະຫລອດທົດສະວັດນີ້ ຫລື ຮອດປີ 2100.
ນອກຈາກນີ້ ຍັງຄາດວ່າພາຍໃນປີ 2100 ອຸນຫະພູມຂອງອິນເດຍຈະເພີ່ມຂຶ້ນອີກປະມານ 4,4 ອົງສາ.
ແຕ່ກໍລະນີຂອງອິນເດຍອາດແຕກຕ່າງຈາກປະເທດອື່ນຄື ອຸນຫະພູມທີ່ສູງຂຶ້ນຈະເຮັດໃຫ້ບາງພື້ນທີ່ມີຄວາມແຫ້ງແລ້ງ. ຂະນະທີ່ພື້ນທີ່ສ່ວນຫລາຍພົບທັງຝົນ ແລະ ພາຍຸໄຊໂຄນ.
ເຖິງຢ່າງໃດກໍດີ, ທ່ານ ຊົງຫລຽນຊຸນ ນັກອຸຕຸນິຍົມວິທະຍາຈາກສູນສະພາບອາກາດແຫ່ງຊາດຈີນ ເຜີຍວ່າ: ເຮົາບໍ່ສາມາດສະຫລຸບໄດ້ວ່າ ເຫດການສະພາບອາກາດປ່ຽນແປງເຫດການໃດເຫດການໜຶ່ງເກີດຈາກການປ່ຽນແປງຂອງສະພາບອາກາດໂດຍກົງ ແຕ່ຈາກການເຝົ້າຕິດຕາມມາໄລຍະໜຶ່ງ ສະພາບໂລກຮ້ອນເຮັດໃຫ້ສະພາບອາກາດປ່ຽນແປງເກີດຂຶ້ນເລື້ອຍໆ ແລະ ຮຸນແຮງຂຶ້ນ.

