UAE ປ່ອຍຍານອາວະກາດຂຶ້ນສູ່ ດາວອັງຄານ

ຕອນເຊົ້າມືດຂອງວັນທີ 20 ກໍລະກົດນີ້, ລາຊະອານາຈັກ ອາຣັບເອກກະພາບ(UAE) ໄດ້ປ່ອຍຍານອາວະກາດ Hope Probe ຂຶ້ນສູ້ດາວອັງຄານ ຢູ່ທີ່ສູນກາງອາວະກາດ Tanegashima ຂອງຍີ່ປຸ່ນໃນເວລາ 1h58 ນາທີ, ຊຶ່ງຈະໃຊ້ເວລາເດີນທາງ 7 ເດືອນຈຶ່ງຈະໄປເຖິງດາວອັງຄານ.
ຕາມແຜນການ ຍານອາວະກາດ Hope Probe ຈະບິນຕາມເສັ້ນໂຄຈອນຂອງດາວອັງຄານ ແລະ ຈະສົ່ງຂໍ້ມູນດ້ານຊັ້ນບັນຍາກາດລົງສູ່ພາກພື້ນດິນ. ລັດຖະມົນຕີກະຊວງ ວິທະຍາສາດທັນສະໄໝຂອງ UAE Sarah Amiri ໃຫ້ຮູ້ວ່າ: ໂຄງການດັ່ງກ່າວໃຊ້ງົບປະມານທັງໝົດ 200 ລ້ານໂດລາ, ເຊິ່ງມີຈຸດປະສົງຈະສຳຫຼວດພາບຊັ້ນບັນຍາກາດທັງໝົດຂອງດາວອັງຄານ ແລະ ການປ່ຽນແປງໃນແຕ່ລະວັນ ກໍຄື ການປ່ຽນແປງຕາມລະດູການຂອງມັນ.
ໃນຂະນະດຽວກັນສະຫະລັດ ແລະ ຈີນກໍມີແຜນຈະສົ່ງຍານອາວະກາດ ຂຶ້ນໄປສຳຫຼວດດາວອັງຄານໃນປີນີ້ເຊັ່ນດຽວກັນ.
ຂ່າວ: ລູກເມືອງພວນ(ແຫຼ່ງ tuoitre)
