ຄວາມຄືບໜ້າຫລ້າສຸດວັກແຊງໂຄວິດ-19 ທົ່ວໂລກເດີນໜ້າໄປຮອດໃສ ?

ໂຄວິດ-19 ກຳລັງແຜ່ລະບາດເຂົ້າສູ່ເດືອນທີ 7 ປັດຈຸບັນມີວັກແຊງພະຍາດໂຄວິດ-19 ປະມານ 170 ຊະນິດທີ່ກຳລັງຢູ່ລະຫວ່າງການພັດທະນາໂດຍທີມນັກວິໄຈຈາກທົ່ວໂລກ ໂດຍທົ່ວໄປຕ້ອງມີການສຶກສາ, ວິໄຈ ແລະ ທົດລອງ ກ່ອນຈະໄດ້ຮັບອະນຸຍາດໃຫ້ນຳໄປໃຊ້ນຳຜູ້ຕິດເຊື້ອ, ແຕ່ສຳລັບໂຄວິດ-19 ນັ້ນເປັນກໍລະນີສຸກເສີນທີ່ນັກວິທະຍາສາດທົ່ວໂລກຕ້ອງເລັ່ງຂັ້ນຕອນການທົດສອບ ແລະ ພັດທະນາ ເພື່ອໃຫ້ສາມາດຜະລິດວັກແຊງທີ່ມີປະສິດທິພາບ ແລະ ຄວາມປອດໄພໄດ້ຕາມເປົ້າໝາຍພາຍໃນປີ 2021.
ວິທີການພັດທະນາວັກແຊງໂຄວິດ-19 ມີຫລາຍຮູບແບບ ໄດ້ແກ່:
- ການພັດທະນາວັກແຊງໂດຍໃຊ້ຍີນຂອງໄວຣັສ (Genetic Vaccines) ບໍລິສັດ Moderna ຂອງອາເມລິກາ, ທີມວິໄຈລວມຈາກບໍລິສັດ BioNTech ຂອງເຢຍລະມັນ, Pfizer ຂອງອາເມລິກາ ແລະ Fosun Pharma ຂອງຈີນ ລວມທັງມະຫາວິທະຍາໄລອິມພີຣຽວ ຄໍເລດ ລອນດອນ ຂອງສະຫະຣາຊະອານາຈັກ ກຳລັງຢູ່ລະຫວ່າງການທົດສອບໃນມະນຸດໄລຍະທີ 2.
ຂະນະທີ່ວັກແຊງຕ້ານໂຄວິດ-19 ຂອງໄທທີ່ພັດທະນາໂດຍສູນຊ່ຽວຊານສະເພາະທາງການວິໄຈ ແລະ ພັດທະນາວັກແຊງ ຈຸລາລົງກອນມະຫາວິທະຍາໄລ (Chula VRC) ທີ່ຍັງຢູ່ໃນຂັ້ນ Preclinical ກໍປະສົບຜົນສຳເລັດການທົດລອງໃນສັດ ຄາດວ່າຈະເປີດຮັບອາສາສະໝັກທົດລອງວັກແຊງຂັ້ນຕອນທຳອິດໃນເດືອນສິງຫານີ້.
- ການພັດທະນາວັກແຊງໂດຍໃຊ້ໄວຣັສທີ່ເຮັດໃຫ້ອ່ອນລົງ ແລະ ບໍ່ກໍ່ໃຫ້ເກີດພະຍາດ ມາຕັດຕໍ່ໃສ່ສານພັນທຸກຳ (Viral Vector Vaccines) ທີມວິໄຈຂອງ AstraZencea ຜູ້ຜະລິດຢາລາຍໃຫຍ່ຂອງສະຫະຣາຊະອານາຈັກ ແລະ ສະວີເດັນ ຮ່ວມມືກັບມະຫາວິທະຍາໄລອອກຟອດ ວິໄຈໄລຍະ 2 ແລະ 3 ໄປພ້ອມກັນ ໂດຍທົດສອບໃນມະນຸດໄລຍະທີ 3 ຢູ່ເບຣຊິນ ແລະ ອາຟຣິກາໃຕ້ ທັງຍັງໄດ້ຮັບເງິນສະໜັບສະໜູນການວິໄຈຈາກອາເມລິກາ (Warp Speed).
ຂະນະທີ່ທີມວິໄຈຂອງ CanSino Biologics ຈາກຈີນ ທີ່ຮ່ວມມືກັບສະຖາບັນຊີວະວິທະຍາຂອງສະຖາບັນວິທະຍາສາດການແພດທະຫານຢູ່ຈີນ ເຊິ່ງຢູ່ລະຫວ່າງການທົດສອບໃນມະນຸດໄລຍະທີ 2 ແຕ່ສາມາດເຮັດໃຫ້ວັກແຊງກະຕຸ້ນການຕອບສະໜອງຂອງພູມຄຸ້ມກັນໄດ້ດີ ຈົນກອງທັບຈີນອະນຸມັດການໃຊ້ແລ້ວສະເພາະພາຍໃນ ໂດຍຍັງຢູ່ໃນວົງຈຳກັດ ເມື່ອວັນທີ 25 ມິຖຸນາຜ່ານມາ.
- ການພັດທະນາວັກແຊງໂດຍໃຊ້ຊິ້ນສ່ວນໂປຣຕິນຂອງໄວຣັສ (Protein-Based Vaccines) ບໍລິສັດ Novavax ຈາກອາເມລິກາ ຢູ່ລະຫວ່າງການທົດສອບໃນມະນຸດໄລຍະທີ 1 ແລະ 2.
- ການພັດທະນາວັກແຊງໂດຍໃຊ້ໄວຣັສທີ່ບໍ່ເຮັດວຽກ ຫລື ຕາຍແລ້ວ (Whole-Virus Vaccines) ບໍລິສັດ Sinopharm ຂອງລັດຖະບານຈີນ ມີຜົນການທົດສອບຂ້ອນຂ້າງດີ ແລະ ຢູ່ໃນການທົດສອບໃນມະນຸດໄລຍະທີ 3 ແລ້ວ. ຂະນະທີ່ Sinovac Biotech ທີ່ສະໜັບສະໜູນໂດຍເອກະຊົນຂອງຈີນ ຫາກໍຈະເຂົ້າສູ່ໄລຍະທີ 3 ແລ້ວເຊັ່ນກັນ.
- ການພັດທະນາວັກແຊງຈາກວັກແຊງທີ່ພ້ອມໃຊ້ສຳລັບພະຍາດລະບາດອື່ນໆ (Repurposed Vaccines) ທີມວິໄຈຈາກສະຖາບັນວິໄຈເດັກ Murdoch ໃນອົດສະຕຣາລີ ທີ່ທົດລອງເອົາວັກແຊງປ້ອງກັນວັນນະໂຣກມາທົດສອບໃຊ້ປິ່ນປົວຜູ້ຕິດໂຄວິດ-19 ຂະນະນີ້ຢູ່ໃນໄລຍະທີ 3 ແລ້ວເຊັ່ນກັນ.

