ສະຫລຸບບັນຫາໜ້າສົນໃຈທົ່ວໂລກປະຈຳວັນທີ 17 ກໍລະກົດ 2020

- ຕະຫລາດຫຸ້ນຈີນປັບຫລຸດລົງ 4,5% ຫລັງຈາກລາຍງານຂໍ້ມູນສຳຄັນທາງເສດຖະກິດ, ເຖິງວ່າ GDP ໃນໄຕມາດທີ 2 ຍັງຂະຫຍາຍຕົວ 3,2% ເມື່ອທຽບໃສ່ປີຕໍ່ປີ ເຊິ່ງສູງກວ່າທີ່ນັກເສດຖະສາດຄາດຄະເນໄວ້.
ເຖິງຢ່າງໃດກໍຕາມ, ຂໍ້ມູນດ້ານການຄ້າຍ່ອຍ (Retail-Sales) ນັ້ນໜ້າຜິດຫວັງກວ່າທີ່ຄາດໄວ້ ຈຶ່ງເຮັດໃຫ້ນັກລົງທຶນບາງຄົນເກີດຄວາມກັງວົນເພີ່ມຂຶ້ນ. ຂະນະທີ່ຄວາມເຄັ່ງຕຶງກັບອາເມລິກາ ອາດຈະກາຍມາເປັນປັດໄຈສຳຄັນທີ່ສຸດໃນການຂັບເຄື່ອນກະແສເງິນໃຫ້ໄຫລອອກຈາກປະເທດ.
ອີກຢ່າງໜຶ່ງ, ກ່ອນໜ້ານີ້ໃນເດືອນມິຖຸນາພຽງເດືອນດຽວ ມີກະແສເງິນໄຫລເຂົ້າຕະຫລາດຫຸ້ນຈີນສູງເປັນປະຫວັດສາດເຖິງ 1,5 ຕື້ໂດລາ.
- ຂໍ້ມູນສະແດງໃຫ້ເຫັນວ່າເສດຖະກິດຂອງອາເມລິກາອາດກຳລັງດີຂຶ້ນ ໂດຍໃນອາທິດຫລ້າສຸດ ຖືເປັນຄັ້ງທຳອິດທີ່ມີຈຳນວນຜູ້ຍື່ນຮັບສະຫວັດດີການວ່າງງານຫລຸດລົງຈາກອາທິດກ່ອນ. ອ້າງອີງຈາກຂໍ້ມູນທີ່ມີການປັບປຸງຕາມລະດູການ.
ຈຳນວນຄ້າຂາຍຍ່ອຍເພີ່ມຂຶ້ນ 7,5% ເມື່ອທຽບໃສ່ເດືອນກ່ອນ. ຂະນະທີ່ດັດຊະນີ Housing Market ຂອງສະມາຄົມຜູ້ສ້າງເຮືອນແຫ່ງຊາດ (The National Association of Home Builders) ເຊິ່ງໃຊ້ເປັນຕົວວັດຄວາມເຊື່ອໝັ້ນຂອງຕະຫລາດເພີ່ມຂຶ້ນສູ່ລະດັບ 72 ໃນເດືອນກໍລະກົດຈາກລະດັບ 58 ໃນເດືອນກ່ອນ ສູງກວ່າການຄາດຄະເນເອົາໄວ້ເຖິງ 12 ຈຸດ.
- Hackers ຊາວຣັດເຊຍພະຍາຍາມຈະເຂົ້າເຖິງຂໍ້ມູນການວິໄຈວັກແຊງຂອງອາເມລິກາ, ອັງກິດ ແລະ ການາດາ. ຕາມຂໍ້ມູນຈາກໜ່ວຍຂ່າວຂອງທັງ 3 ປະເທດ.
ຊື່ຂອງ Hackers ກຸ່ມນີ້ຄື APT29 ຫລື ຮູ້ຈັກໃນອີກຊື່ໜຶ່ງວ່າ Cozy Bear ເຊິ່ງໜ່ວຍຂ່າວເຊື່ອວ່າກຸ່ມດັ່ງກ່າວມີຄການເຊື່ອມໂຍງກັບປະເທດຣັດເຊຍໃນການພະຍາຍາມລັກເອົາຂໍ້ມູນ ເຖິງວ່າຈະບໍ່ສຳເລັດ. ຂະນະທີ່ຣັດເຊຍອອກມາປະຕິເສດເຖິງການກ່ຽວຂ້ອງໃນເລື່ອງນີ້.
- ຈີນຕອບໂຕ້ດ້ວຍຄວາມຮຸນແຮງຂຶ້ນ ສຳລັບກໍລະນີທີ່ອາເມລິກາອາດຈະເພີ່ມຂໍ້ກຳນົດເພື່ອສັ່ງຫ້າມສະມາຊິກຂອງພັກກອມມູນິດຈີນ (Chinese Communist Party, CCP) ໂດຍການກ່າວວ່າຄວາມຄິດແບບນີ້ເປັນສິ່ງທີ່ “Pathetic”.
ສຳນັກຂ່າວ The New York Times ລາຍງານວ່າ: ທຳນຽບຂາວກຳລັງພິຈາລະນາຍົກເລີກ Visa ຂອງນັກຮຽນທັງໝົດທີ່ມີການກ່ຽວຂ້ອງກັບພັກກອມມູນິດຈີນ. ຂະນະທີ່ Mike Pompeo ລັດຖະມົນຕີຕ່າງປະເທດຂອງອາເມລິກາ ຍັງບໍ່ໄດ້ປະກາດມາດຕະການໃດໆເພີ່ມຕື່ມ. ສະມາຊິກ 90 ລ້ານກວ່າຄົນຂອງ CCP ປະກອບດ້ວຍນັກທຸລະກິດຈຳນວນຫລາຍທີ່ມີຊົ່ວໂມງບິນສູງ.
- Joe Biden ຜູ້ເຊິ່ງໄດ້ຮັບການສະເໜີຈາກ Democrat ເພື່ອເຂົ້າທ້າຊີງຕຳແໜ່ງປະທານາທິບໍດີຄົນທີ 46 ຂອງອາເມລິກາໃນເດືອນພະຈິກນີ້. ຫລ້າສຸດໄດ້ຮັບຄະແນນສຽງເບື້ອງຕົ້ນນຳທ່ານ ໂດນັລ ທຣຳ ຫ່າງອອກໄປເລື້ອຍໆ. ຕາມຂໍ້ມູນຈາກ Poll ສຳຫລວດຢ່າງເປັນທາງການໃນຫລາຍລັດຂອງປະເທດ.
ຂະນະດຽວກັນໃນ Polls ສຳຫລວດອື່ນໆ ມີບາງອັນທີ່ລະບຸວ່າ: Joe Biden ມີຄະແນນນຳທ່ານ ທຣຳ ຢູ່ເປັນຕົວເລກເຖິງ 2 ຫລັກ ໂດຍຄົນສ່ວນໃຫຍ່ທີ່ຕອບຄຳຖາມຈາກ Polls ລະບຸວ່າພວກເຂົາລົງຄະແນນສຽງໃຫ້ Biden ເພີ່ມຂຶ້ນ ເນື່ອງຈາກການແກ້ໄຂເລື່ອງເສດຖະກິດພາຍໃນອາເມລິກາ. ຂະນະດຽວກັນ ພັກຝ່າຍ Republican ໄດ້ປະກາດເຖິງແຜນທີ່ຈະຫລຸດຂະໜາດກອງປະຊຸມໃນ Florida ເຊິ່ງຈະຈັດຂຶ້ນໃນເດືອນສິງຫາຈະເຖິງນີ້.
- ສານຍຸຕິທຳແຫ່ງສະຫະພາບເອີຣົບ (The European Court of Justice) ໄດ້ອະນຸມັດໃນຂໍ້ຕົກລົງຈະອະນຸຍາດໃຫ້ບໍລິສັດທີ່ດຳເນີນງານໃນ EU ສາມາດຖ່າຍໂອນຂໍ້ມູນສ່ວນບຸກຄົນຂອງຜູ້ຢູ່ອາໄສໄປອາເມລິກາ ທີ່ມີຄວາມສາມາດໃນການຄຸ້ມຄອງຂໍ້ມູນໜ້ອຍກວ່າ EU.
ການຕັດສິນໃຈຄັ້ງນີ້ຖືເປັນໄຊຊະນະທີ່ໜ້າປະຫລາດໃຈຂອງນັກເຄື່ອນໄຫວດ້ານຄວາມເປັນສ່ວນຕົວ (Privacy Activists) ແຕ່ໃນຂະນະດຽວກັນອາດເປັນລາຄາທີ່ຕ້ອງຈ່າຍບໍ່ໜ້ອຍສຳລັບບໍລິສັດຫລາຍແຫ່ງ ເຊິ່ງຈຳເປັນຕ້ອງເກັບຂໍ້ມູນໄວ້ຢູ່ເອີຣົບ ຫລື ຢຸດດຳເນີນທຸລະກິດນັ້ນເລີຍ.
- ທຸກສາຍຕາໃນຕະຫລາດກຳລັງຈ້ອງຢູ່ທີ່ Netflix ເນື່ອງຈາກການທີ່ບໍລິສັດໄດ້ກາຍມາເປັນຜູ້ນຳຂອງ Platform ສະຕຣີມມິງອອນລາຍ ໂດຍໄດ້ຮັບຍອດ Subscribers ເພີ່ມຂຶ້ນເຖິງ 10 ລ້ານຄົນ ໃນໄຕມາດທີ 2 ຂອງປີ 2020.
ເຖິງຢ່າງໃດກໍຕາມ, ບໍລິສັດກ່າວວ່າພວກເຂົາຄາດຫວັງຍອດ Subsribers ເພີ່ມຂຶ້ນອີກພຽງ 2,5 ລ້ານຄົນໃນໄຕມາດທີ 3 ຂອງປີ. ຂະນະທີ່ນັກວິເຄາະຄາດຄະເນໄວ້ວ່າ ພວກເຂົາຈະໄດ້ສູງເຖິງ 5,3 ລ້ານຄົນ.
ຫລ້າສຸດ Ted Sarandos ຜູ້ບໍລິຫານດ້ານ Content ຂອງບໍລິສັດ (Chief content officer) ໄດ້ເຂົ້າຮ່ວມກັບ Reed Hastings ເຊິ່ງເປັນ 1 ໃນຜູ້ສ້າງຕັ້ງ Netflix (ອີກຄົນໜຶ່ງຄື Marc Randolph) ແລະ ເຮັດໃຫ້ລາວໄດ້ຮັບຕຳແໜ່ງ Co-CEO ຂອງບໍລິສັດທັນທີ.
- ບໍລິສັດ Target ໜຶ່ງໃນບໍລິສັດຂາຍຍ່ອຍຍັກໃຫຍ່ລະດັບໂລກ ແລະ ບໍລິສັດ CVS ເຊິ່ງເປັນ 1 ໃນສ່ວນສຳຄັນຂອງ Supply Chains ດ້ານການຢາ ໄດ້ກາຍເປັນບໍລິສັດ 2 ແຫ່ງສຸດທ້າຍທີ່ອອກກົດໃຫ້ລູກຄ້າ “ຈຳເປັນຕ້ອງໃສ່ຜ້າປິດປາກ-ດັງ” ຕາມຫລັງຈາກ Walmart.
ເຖິງຢ່າງໃດກໍຕາມ, ຢູ່ລັດ Georgia ຂອງອາເມລິກາ Brian Kemp ເຈົ້າຄອງລັດຍັງຂັດຂວາງບໍ່ໃຫ້ອອກກົດ ເພື່ອຄວບຄຸມເຈົ້າໜ້າທີ່ໃນການໃສ່ຜ້າປິດປາກ-ດັງ. ຂະນະທີ່ COVID-19 ກຳລັງລະບາດໜັກໄປທົ່ວພາກໃຕ້ ແລະ ຕາເວັນຕົກຂອງປະເທດ. ຍິ່ງກວ່ານັ້ນ ລາຍງານຫລ້າສຸດຈາກ Bloomberg ລະບຸວ່າ ຈຳນວນຜູ້ຕິດເຊື້ອທົ່ວປະເທດພາຍໃນ 1 ມື້ເພີ່ມຂຶ້ນເກືອບ 80.000 ຄົນແລ້ວ.
