ຜູ້ຕິດເຊື້ອໂຄວິດ-19 ຢູ່ອາເມລິກາ 3,7 ລ້ານຄົນ ແຕ່ ທຣຳ ບໍ່ເຫັນພ້ອມຕໍ່ຄຳສັ່ງບັງຄັບ ໃສ່ຜ້າປິດປາກ-ດັງທົ່ວປະເທດ

ສະຖານະການການແຜ່ລະບາດໂຄວິດ-19 ຢູ່ອາເມລິກາ ຍັງຖືກຕິດຕາມຢູ່ສະເໝີ ເພາະຈຳນວນຜູ້ຕິດເຊື້ອໂຄວິດ-19 ຫລ້າສຸດມີ 3,7 ລ້ານຄົນ ໂດຍມີຜູ້ເສຍຊີວິດປະມານ 1,4 ແສນຄົນ ເຊິ່ງປັດຈຸບັນມີຜູ້ຮັບການປິ່ນປົວຫາຍແລ້ວ 1,7 ລ້ານກວ່າຄົນ ຖືວ່າອາເມລິກາຍັງຕ້ອງຮັກສາເສດຖະກິດ ແລະ ຄວາມເຊື່ອໝັ້ນຂອງຄົນໃນສະຖານະການນີ້ຕໍ່ໄປ.
ແຕ່ຂະນະທີ່ຫລາຍປະເທດພິຈາລະນາ ແລະ ອອກມາດຕະການສັ່ງໃຫ້ປະຊາຊົນໃສ່ຜ້າປິດປາກ-ດັງ ເພື່ອປ້ອງກັນການແຜ່ລະບາດຂອງໂຄວິດ-19 ໄລຍະຫລາຍເດືອນຜ່ານມາ. ທ່ານ ໂດນັລ ທຣຳ ປະທານາທິບໍດີອາເມລິກາ ໃນການອອກສູ່ສື່ສາທາລະນະ ເລືອກທີ່ຈະບໍ່ໃສ່ຜ້າປິດປາກ-ດັງ ແລະ ເຮັດໃຫ້ການໃສ່ຜ້າປິດປາກ-ດັງເປັນສັນຍະລັກທາງການເມືອງ ຫລາຍຝ່າຍເບິ່ງວ່າ ທຣຳ ເລືອກບໍ່ໃສ່ຜ້າປິດປາກ-ດັງ ເພື່ອດຶງຄວາມເຊື່ອໝັ້ນໃຫ້ສູງຂຶ້ນ.
ນັບແຕ່ອາທິດກ່ອນ ທ່ານ ໂດນັລ ທຣຳ ໃສ່ຜ້າປິດປາກ-ດັງໃນເວລາຢ້ຽມຢາມໂຮງໝໍທະຫານວໍເຕີຣີດ ນອກນະຄອນຫລວງວໍຊິງຕັນ ດີຊີ ທີ່ອອກສື່ຕ່າງໆເປັນຄັ້ງທຳອິດ ໂດຍກ່າວຕໍ່ສື່ວ່າ: “ຂ້າພະເຈົ້າບໍ່ເຄີຍຕໍ່ຕ້ານການໃສ່ຜ້າປິດປາກ-ດັງ ແຕ່ເຊື່ອວ່າຕ້ອງໃສ່ໃນໄລຍະເວລາຖືກບ່ອນຖືກເວລາ” ເຮັດໃຫ້ຫລາຍຄົນສົງໄສວ່າ: ແນວທາງການປ້ອງກັນການແຜ່ລະບາດຂອງອາເມລິກາ ຈະປ່ຽນແປງໄປ ຫລື ບໍ່.
Anthony Fauci ຜູ້ຊ່ຽວຊານດ້ານພະຍາດລະບາດ ອອກມາຊຸກຍູ້ ແລະ ຮຽກຮ້ອງໃຫ້ຜູ້ນຳລັດ ແລະ ທ້ອງຖິ່ນຕ່າງໆ ຊ່ວຍສະໜັບສະໜູນໃຫ້ຄົນໃສ່ຜ້າປິດປາກ-ດັງເພີ່ມຂຶ້ນ ໂດຍເບິ່ງວ່າເປັນເລື່ອງສຳຄັນ ແລະ ທຸກຄົນຄວນຈະໃສ່ຜ້າປິດປາກ-ດັງ.
ສ່ວນທ່ານ ໂດນັລ ທຣຳ ໃນວັນທີ 17 ກໍລະກົດຜ່ານມາ ກ່າວຕໍ່ Fox News ວ່າ: ບໍ່ເຫັນພ້ອມຕໍ່ການອອກຄຳສັ່ງລະດັບປະເທດເລື່ອງການບັງຄັບໃສ່ຜ້າປິດປາກ-ດັງ ເພາະບອກວ່າຄົນຄວນຈະມີເສລີໃນເລື່ອງນີ້.
ຂະນະທີ່ທົ່ວອາເມລິກາມີຫລາຍລັດກຳລັງພິຈາລະນາ ແລະ ຖົກຖຽງກັນເລື່ອງປະກາດການໃສ່ຜ້າປິດປາກ-ດັງໃນບ່ອນຮົ່ມ ແລະ ບ່ອນສາທາລະນະເຊັ່ນ: ເມືອງໂອກລາໂຮມາຢູ່ລະຫວ່າງການພິຈາລະນາຂໍ້ກຳນົດການໃສ່ຜ້າປິດປາກ-ດັງໃນບ່ອນຮົ່ມ ພາຍໃຕ້ການຕິດຕາມປະກາດຂອງປະເທດ.

