ແຜ່ນດິນໄຫວ 7,3 ຣິກເຕີ ຢູ່ປາປົວນິວກີນີ(Papua New Guinea)

ອົງການທໍລະນີສາດຂອງສະຫະລັດ(USGS) ໃຫ້ຮູ້ວ່າ: ແຜ່ນດິນໄຫວເກີດຂຶ້ນເວລາ 9 ໂມງ 50 ນາທີ 17/07/2020 ທີ່ປະເທດ ປາປົວນິວກີນີ, ວັດຄວາມແຮງໄດ້ 7,3 ຣິກເຕີ, ມີຄວາມເລິກລົງໄປໃນໃຕ້ດິນ 85 km, ຊຶ່ງເກີດຂຶ້ນຢູ່ໃກ້ກັບ Kokoda ທາງພາກຕາເວັນອອກຂອງປາປົວນິວກີນີ. ທັງໄດ້ປະກາດໃຫ້ລະມັດລະວັງອາດຈະມີຄື່ນຍັກເກີດຂຶ້ນຕາມມາ.
ໃນຂະນະດຽວກັນ, ສຳນັກຂ່າວ AFP ກໍໃຫ້ຮູ້ວ່າ: ຄວາມແຮງແຜ່ນດິນໄຫວຄັ້ງນີ້ວັດໄດ້ 6,9 ອົງສາ richter.
ບໍ່ທັນມີຂ່າວກ່ຽວກັບຄວາມເສຍຫາຍໃດໆໃນແຜ່ນດິນໄຫວຄັ້ງນີ້.

