95 ມື້ ສປປ ລາວ ຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດ​ອັກ​ເສບ​ປອດ​ທີ່​ເກີດ​ຈາກ​ເຊື້ອຈຸລະ​ໂລກ​ສາຍ​ພັນໃໝ່ COVID-19 ໄດ້ຢືນຢັນໃນວັນທີ 16 ກໍລະກົດ 2020 ນີ້ວ່າ: ເປັນເວລາ 95 ວັນຕິດຕໍ່ກັນ ທີ່ ສປປ ລາວ ບໍ່ພົມຜູ້ຕິດເຊື້ອເພີ່ມ, ຕົວເລກຜູ້ຕິດເຊື້ອສະສົມ 19 ຄົນ ແລະ ປິ່ນປົວຫາຍດີໝົດແລ້ວ ແຕ່ຂໍຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ທຸກພາກສ່ວນໃນສັງຄົມຈົ່ງສືບຕໍ່ປະຕິບັດຕາມແຈ້ງການ ເພື່ອສະກັດກັ້ນ ການລະບາດຂອງພະຍາດ COVID-19 ບໍ່ໃຫ້ກັບຄືນມາຮອບໃໝ່, ຮຽກຮ້ອງມາຍັງບັນດາທ່ານທຸກຊັ້ນຄົນໃນສັງຄົມຈົ່ງປະຕິບັດຢ່າງເຄັ່ງຄັດ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 697/ຫສນຍ, ລົງວັນທີ 30 ມິຖຸນາ 2020.

ພ້ອມກັນນັ້ນ, ກໍໃຫ້ເອົາໃຈໃສ່ປະຕິບັດ ການດຳລົງຊີວິດປົກກະຕິແບບໃໝ່ ເປັນຕົ້ນ ອອກຈາກບ້ານເມື່ອຈຳເປັນ, ການໃສ່ຜ້າອັດປາກ-ດັງເວລາອອກຈາກບ້ານ ຫລື ໄປສະຖານທີ່ ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ, ຫລີກລ້ຽງການລົດໃຊ້ລົດໂດຍສາທາລະນະ ໂດຍສະເພາະເວລາແອອັດ, ການລ້າງມືເລື້ອຍໆ ດ້ວຍນໍ້າສະອາດໃສ່ສະບູ ຫລື ໃຊ້ເຈວລ້າງມື, ການປະຕິບັດຮັກສາໄລຍະຫ່າງ 1-2 ແມັດຂຶ້ນໄປ, ການກິນອາຫານທີ່ປຸງສຸກໃໝ່, ການແຍກຂອງໃຊ້ສ່ວນຕົວ ບໍ່ຄວນໃຊ້ຮ່ວມກັບຜູ້ອື່ນ, ເມື່ອກັບຮອດເຮືອນ ຄວນອາບນ້ຳ ແລະ ປ່ຽນເສື້ອຜ້າທັນທີ, ການປະຕິບັດທັງໝົດນີ້ ແມ່ນໃຫ້ກາຍເປັນຄວາມຊິນເຄີຍໃນວິຖີຊີວິດແບບໃໝ່.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າ ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ວ່າ: ສໍາລັບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 15 ກໍລະກົດ 2020 ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆທົ່ວປະເທດມີຜູ້ເດີນທາງເຂົ້າມາມີທັງໝົດ 1.671 ຄົນ, ໃນນັ້ນຈຸດຜ່ານດ່ານລາວ-ໄທ 1.078 ຄົນ (ແຮງງານລາວກັບມາແຕ່ໄທ 123 ຄົນ); ຈຸດຜ່ານດ່ານລາວ-ຈີນ 26 ຄົນ; ຈຸດຜ່ານດ່ານລາວ-ຫວຽດນາມ 564 ຄົນ; ຈຸດຜ່ານດ່ານ ລາວ-ກຳປູເຈຍ 3 ຄົນ, ທັງໝົດເປັນຄົນລາວ ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປ ຫາສະຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ໃນວັນທີ 15 ກໍລະກົດ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 378 ຄົນ, ໃນນັ້ນແຮງງານລາວມາແຕ່ໄທ 133 ຄົນ, ແຮງງານຈີນ 158 ຄົນ ແລະ ກໍລະນີສົງໄສ 87 ຄົນ; ຜົນກວດທັງໝົດແມ່ນ ບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 15 ກໍລະກົດ 2020 ບໍ່ມີຜູ້ຕິດເຊື້ອໃໝ່.