ເສດຖະກິດສິງກະໂປຫລຸດຖອຍໜັກ GDP ໄຕມາດ 2/2020 ຫລຸດລົງ 41,2% ທຽບໃສ່ໄຕມາດ 1 ແລະ ຕິດລົບ 12,6% ທຽບໃສ່ແຕ່ລະປີ

ສຳນັກຂ່າວ Bloomberg ລາຍງານວ່າ: ເສດຖະກິດຂອງສິງກະໂປໄດ້ເຂົ້າສູ່ສະພາບເສດຖະກິດຫລຸດຖອຍ ຫລັງກະຊວງການຄ້າ ແລະ ອຸດສາຫະກຳຂອງສິງກະໂປເປີດເຜີຍວ່າ: ລວມຍອດຜະລິດຕະພັນພາຍໃນ (GDP) ໄຕມາດທີ 2/2020 ຫລຸດລົງສູງເຖິງ 41,2% ເມື່ອທຽບໃສ່ໄຕມາດທີ 1/2020 ທີ່ຫລຸດລົງ 0,7% ຫລື ຫລຸດລົງ 12,6% ເມື່ອທຽບໃສ່ໄຕມາດດຽວກັນຂອງປີຜ່ານມາ ເຊິ່ງເປັນການຫລຸດລົງຫລາຍທີ່ສຸດເປັນປະຫວັດສາດຂອງສິງກະໂປ ຫລັງເສດຖະກິດຜະເຊີນການຂະຫຍາຍຕົວຊ້າຢ່າງໜັກຈາກການລະບາດຂອງໂຄວິດ-19.
ປັດໄຈສຳຄັນທີ່ເຮັດໃຫ້ GDP ຂອງສິງກະໂປຫລຸດລົງຢ່າງໜັກໃນໄຕມາດທີ 2 ນັ້ນ ເປັນຜົນມາຈາກການທີ່ທຸລະກິດພາຍໃນປະເທດປິດຊົ່ວຄາວຈາກມາດຕະການລັອກດາວ ສົ່ງຜົນໃຫ້ການໃຊ້ຈ່າຍພາຍໃນປະເທດຫລຸດລົງ ລວມທັງການຂະຫຍາຍຕົວຊ້າຂອງການຄ້າທົ່ວໂລກທີ່ສົ່ງຜົນກະທົບຕໍ່ອຸດສາຫະກຳການຜະລິດຂອງສິງກະໂປ.
ເຮັດໃຫ້ຕົວເລກການຜະລິດໃນໄຕມາດທີ 2 ຫລຸດລົງ 23,1% ເຊິ່ງສວນທາງກັບໄຕມາດທຳອິດທີ່ຂະຫຍາຍຕົວ 45,5%. ຂະນະທີ່ຂະແໜງການບໍລິການຫລຸດລົງ 37,7%.
ທັງນີ້ ຕົວເລກ GDP ໄຕມາດທີ 2 ບົ່ງບອກວ່າ: ເສດຖະກິດຂອງສິງກະໂປໄດ້ຫລຸດລົງສູ່ລະດັບຕໍ່າສຸດ, ເຖິງວ່າມີທ່າອ່ຽງການຟື້ນຕົວຫລັງຂະແໜງທຸລະກິດກັບມາເປີດກິດຈະການອີກໃນເດືອນມິຖຸນາຜ່ານມາ.
ທ່ານ ຊານ ຊຸນຊິງ ລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກຳຂອງສິງກະໂປ ກ່າວວ່າ: ຈາກຕົວເລກ GDP ທີ່ຫລຸດລົງຢ່າງໜັກ ໄດ້ເຮັດໃຫ້ການຟື້ນຕົວທາງເສດຖະກິດເປັນເລື່ອງທ້າທາຍ, ຄາດວ່າການຟື້ນຕົວຈະເປັນໄປແບບຊ້າໆ ແລະ ບໍ່ສະໝໍ່າສະເໝີ ເນື່ອງຈາກອຸປະສົງທົ່ວໂລກຍັງອ່ອນແອ ຫລັງປະເທດຕ່າງໆກຳລັງຕໍ່ສູ້ກັບການລະບາດຂອງໂຄວິດ-19 ແລະ ມີຫລາຍປະເທດຜະເຊີນຄວາມສ່ຽງຈະພົບການລະບາດໃນຮອບທີ 2.
ເຖິງຢ່າງໃດກໍຕາມ, ເສດຖະກິດຂອງສິງກະໂປຂະຫຍາຍຕົວຊ້າລົງມາແຕ່ປີ 2019 ຫລັງໄດ້ຮັບຜົນກະທົບຈາກສົງຄາມການຄ້າ ອາເມລິກາ-ຈີນ ກ່ອນຈະຊ້າລົງຢ່າງຮຸນແຮງ ຫລັງຜະເຊີນການລະບາດຂອງໂຄວິດ-19 ໂດຍລັດຖະບານສິງກະໂປໄດ້ປະກາດໃຊ້ມາດຕະການກະຕຸ້ນເສດຖະກິດໄປແລ້ວ 4 ສະບັບ ແລະ ໃຊ້ງົບປະມານໃນການກະຕຸ້ນເສດຖະກິດເປັນຈຳນວນເງິນສູງເຖິງ 100.000 ລ້ານໂດລາສິງກະໂປ (70.400 ລ້ານໂດລາ) ໃນປີນີ້.

