ຈີນຝົນຕົກໜັກນໍ້າຖ້ວມເປັນບໍລິເວນກວ້າງ

ສຳນັກຂ່າວຊີນຫົວໃຫ້ຮູ້ວ່າ: ຢູ່ຈີນຝົນຕົກໜັກແກ່ຍາວເປັນເວລາຫຼາຍວັນ ເຮັດໃຫ້ນໍ້າຖ້ວມເປັນບໍລິເວນກ້ວາງ, ຫຼາຍກວ່າເຄິ່ງໜຶ່ງທາງພາກໃຕ້ຂອງຈີນຈົມຢູ່ໃຕ້ນໍ້າ. ປະຊາຊົນຫຼາຍກວ່າ 38 ລ້ານຄົນໄດ້ຮັບຜົນກະທົບ ແລະ ອົບພະຍົບດ້ວຍຄວາມລຳບາກຍາກແຄ້ນ, ມີ 140 ຄົນເສຍຊີວິດ ຍັງບໍ່ນັບຜູ້ທີ່ຫາຍສາບສູນ.

(ໜັງສືພິມ ລາວພັດທະນາ)

ວັນທີ 13 ກໍລະກົດນີ້, ເລຂາທິການໃຫ່ຍສະຫະປະຊາຊາດ Antonio Guterres ໄດ້ສະແດງຄວາສາມັກຄີ ແລະ ເຫັນໃຈກັບຈີນ ໃນບັ້ນຮົບຕ້ານໄພນໍ້າຖ້ວມໃນຄັ້ງນີ້ຂອງຈີນ. ທ່ານໄດ້ສົ່ງສານສະແດງຄວາມເຫັນໃຈໂດຍຜ່ານເອກອັກຄະລັດຖະທູດຈີນປະຈຳສະຫະປະຊາຊາດ Zhang Jun ເຖິງຄອບຄົວຂອງຈີນທີ່ໄດ້ຮັບຜົນກະທົບ, ຕໍ່ປະຊາຊົນ ແລະ ລັດຖະບານຈີນຕໍ່ການເສຍຫາຍທີ່ໃຫ່ຍຫຼວງທາງຊັບສິນ ແລະ ຊີວິອິນຊີຂອງປະຊາຊົນ.

ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ laodong)

(ໜັງສືພິມ ລາວພັດທະນາ)

 

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ