WHO ເຕືອນວິກິດໂຄວິດ-19 ອາດຮ້າຍແຮງຕື່ມອີກ ຊີ້ຫລາຍປະເທດຮັບມືຜິດທາງ

ໃນວັນທີ 14 ກໍລະກົດ, ທ່ານ ດຣ. ທີໂດຣສ ອັດຮານອມ ກີບຣີເຢຊຸສ ຜູ້ອຳນວຍການອົງການອະນາໄມໂລກ (WHO) ປະກາດເຕືອນວ່າ: “ວິກິດໂຄວິດ-19 ອາດຮ້າຍແຮງຕື່ມອີກ, ຫລາຍປະເທດກຳລັງຮັບມືຜິດທາງ, ເຊື້ອໄວຣັສໂຄໂຣນາ 2019 ຍັງເປັນສັດຕູອັນດັບທີ 1 ໃນປັດຈຸບັນ”.
ໂດຍມີຜູ້ຕິດເຊື້ອສະສົມທົ່ວໂລກແລ້ວ 13.229.335 ຄົນ. ຂະນະທີ່ການແຜ່ລະບາດກຳລັງເຂົ້າສູ່ເດືອນທີ 7, ປິ່ນປົວຫາຍແລ້ວ 7.691.451 ຄົນ ຫລື ເຄິ່ງໜຶ່ງຂອງຜູ້ຕິດເຊື້ອທັງໝົດ, ເສຍຊີວິດແລ້ວ 574.977 ຄົນ ອັດຕາການເສຍຊີວິດຢູ່ທີ່ 4,35% ໂດຍພົບຜູ້ຕິດເຊື້ອເພີ່ມເກີນວັນລະ 1 ແສນຄົນ ຕິດຕໍ່ກັນສູງເຖິງ 48 ວັນ ນັບແຕ່ວັນທີ 27 ພຶດສະພາຜ່ານມາ.
ອາເມລິກາຍັງເປັນປະເທດທີ່ພົບຜູ້ຕິດເຊື້ອສະສົມຫລາຍທີ່ສຸດໃນໂລກ (3.479.365 ຄົນ) ພົບຜູ້ຕິດເຊື້ອເພີ່ມ +65.370 ຄົນໃນມື້ດຽວ, ຮອງລົງມາແມ່ນເບຣຊິນ (1.884.967 ຄົນ), ອິນເດຍ (907.645 ຄົນ), ຣັດເຊຍ (733.699 ຄົນ) ແລະ ເປຣູ (330.123 ຄົນ). ພົບຜູ້ຕິດເຊື້ອແລ້ວຢ່າງໜ້ອຍ 181 ຈາກ 193 ປະເທດທົ່ວໂລກ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ມີຜູ້ເສຍຊີວິດຈາກໂຄວິດ-19 ຢູ່ອາເມລິກາລາຕິນແລ້ວຢ່າງໜ້ອຍ 144.680 ຄົນ ເຊິ່ງຫລາຍກວ່າຈຳນວນຜູ້ເສຍຊີວິດຈາກໂຄວິດ-19 ຢູ່ທະວີບອາເມລິກາເໜືອ (ອາເມລິກາ ແລະ ການາດາລວມກັນ) ແລ້ວ (143.847 ຄົນ) ໂດຍອາກຊັງຕິນກາຍເປັນປະເທດທີ 22 ຂອງໂລກທີ່ພົບຜູ້ຕິດເຊື້ອສະສົມໃນລະດັບຫລັກແສນຄົນ.

