ອ໋ອງໂຕນີ່ ມາກຊີຍາວ ຂື້ນທຳນຽບນັກເຕະຜີສາດແດງທີ່ຍິງປະຕູ ໃນພຣີເມຍລີກອັງກິດເເຕະຫຼັກ 50 ປະຕູຂື້ນໄປ

ອ໋ອງໂຕນີ່ ມາກຊີຍາວ ກອງໜ້າຊາວຝຣັ່ງ ໄວ 24 ປີ ຂອງຜີສາດແດງ ແມນເຊັດເຕີຢູໄນເຕັດ ໄດ້ສ້າງປະວັດສາດຂອງຕົວເອງຈາລຶກຊື່ລົງທຳນຽບນັກເຕະຂອງຜີສາດແດງທີ່ຍິງປະຕູຄົບ 50 ປະຕູຂື້ນໄປ, ໂດຍປະຕູຫຼ້າສຸດທີ່ຍິງໄດ້ແມ່ນນັດທີ່ພົບກັບ ນັກບຸນ ເຊົາແທມຕັ້ນ ເມື່ອວັນທີ່ 13 ກໍລະກົດທີ່ຜ່ານມາ, ມາກຊີຍາວ ໄດ້ຍ້າຍມາຜີສາດແດງເມື່ອປີ 2015 ຈາກ ໂມນາໂກ ດ້ວຍຄ່າໂຕ 60 ລ້ານຢູໂຣ.
10 ນັັກເຕະ ແມນເຊັດເຕີຢູໄນເຕັດ ທີ່ຍິງປະຕູໃນພຣີເມຍລີກອັງກິດໃຫ້ທີມໄດ້ 50 ປະຕູ
- ເວນ ຣູນີ້-183 ປະຕູ
- ໄຣອັນ ກິກ-109 ປະຕູ
- ພອລ ສະໂຄ-107
- ຣຸກ ຟານ ນິສເຕີຣອຍ-95 ປະຕູ
- ແອນດີ້ ໂຄ-93 ປະຕູ
- ໂອເລ່ ກຸນນາ ໂຊຊາ-91 ປະຕູ
- ຄິສຕຽນໂນ້ ໂຣນາໂດ-84 ປະຕູ
- ເອຣິກ ຄັນໂຕນາ-64
- ເດວິດ ແບັກແຮມ-62
- ອ໋ອງໂຕນີ່ ມາກຊີຍາວ-50 ປະຕູ
ທີ່ມາ: Squawka

