ນາຍົກລັດຖະມົນຕີ ຍີ່ປຸ່ນ ລົງກວດກາເຂດນໍ້າຖ້ວມ

ວັນທີ 13 ກໍລະກົດນີ້, ນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo ໄດ້ລົງກວດກາເຂດນໍ້າຖ້ວມຢູ່ທີ່ແຂວງ Kumamoto ຢູ່ທາງພາກຕາເວັນຕົກຂອງຍີ່ປຸ່ນ ເພື່ອປະເມີນຄວາມເສຍຫາຍຈາກໄພນໍ້າຖ້ວມໃນຕົ້ນເດືອນນີ້.
(ໜັງສືພິມ ລາວພັດທະນາ)
ໃນການລົງໄປຄັ້ງນີ້, ກ່ອນອື່ນໝົດທ່ານໄດ້ໄປເບິ່ງສູນຄົນສະລາ Senjuren, ຊຶ່ງຢູ່ທີ່ນັ້ນມີຜູ້ເສຍຊີວິດ 14 ຄົນຍ້ອນຖືກແມ່ນໍ້າ Kuma ຖ້ວມ. ຫຼັງຈານັ້ນທ່ານນາຍົກ Abe ກໍໄດ້ໄປພົບປະກັບການນຳແຂວງ Kumamoto ທ່ານ IkuoKabashima ຊຶ່ງເປັນທ້ອງຖິ່ນທີ່ໄດ້ຮັບຜົນກະທົບ ແລະ ຄວາມເສຍຫາຍຢ່າງໜັກຈາກໄພນໍ້າຖ້ວມຄັ້ງນີ້. ທ່ານ Abe ເວົ້າວ່າ: “ດ້ວຍຄວາມອາດສາມາດຂອງຕົນ, ພວກເຮົາຈະເຮັດຈົນໝົດຄວາມສາມາດ ເພື່ອຟື້ນຟູຄວາມເສຍຫາຍຄືນໃໝ່”.
ໃຫ້ສຳພາດຕໍ່ນັກຂ່າວ ທ່ານ Abe ປະກາດວ່າ: ລັດຖະບານຈະໃຫ້ການຊ່ວຍເຫຼືອ 3,74 ຕື້ USD ໃຫ້ຫຼາຍແຂວງທົ່ວປະເທດ ກໍຄືໃຫ້ການຊ່ວຍເຫຼືອພາກທຸລະກິດເອກກະຊົນຂະໜາດນ້ອຍໃນເຂດທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເພື່ອໃຫ້ຜ່ານພົ້ນຄວາມຫຍຸ້ງຍາກໄປໄດ້.
ຂ່າວຈາກກະຊວງທີ່ດິນ-ພື້ນຖານໂຄງລ່າງ-ຄົມມະນາຄົມ-ການທ່ອງທ່ຽວຂອງຍິ່ປຸ່ນ ເມື່ອວັນທີ 13 ກໍລະກົດນີ້ໃຫ້ຮູ້ວ່າ: ສະພາບຝົນຕົກແກ່ຍາວເປັນເວລາຫຼາຍວັນໄດ້ເຮັດໃຫ້ແມ່ນໍ້າ 105 ສາຍຢູ່ໃນ 14 ແຂວງຍຶ່ງຂຶ້ນສູງຈົນລົ້ນຕາຝັ່ງ ແລະ ມີດິນເຈື່ອນຢູ່ໃນ 17 ແຂວງ. ໃນນັ້ນແຂວງ Kumamoto ເປັນແຂວງທີ່ມີດິນເຈື່ອນຫຼາຍທີ່ສຸດ.
ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ vietnamnet)
(ໜັງສືພິມ ລາວພັດທະນາ)

