ທະຫານເອຢິບຕິດໂຄວິດ-19 ຣະຍອງສັ່ງປິດໂຮງຮຽນ 10 ແຫ່ງ

ຫລັງຈາກລັດຖະບານເປີດໃຫ້ຄົນຕ່າງປະເທດ 11 ກຸ່ມບຸກຄົນເດີນທາງເຂົ້າປະເທດໄທ ພາຍໃຕ້ຂໍ້ຕົກລົງພິເສດ, ແຕ່ປາກົດວ່າ ກຸ່ມທະຫານຈາກປະເທດເອຢິບເດີນທາງເຂົ້າມາ ໂດຍໜຶ່ງໃນນັ້ນກວດພົບວ່າຕິດເຊື້ອໂຄວິດ-19 ໃນພາຍຫລັງ ແລະ ບໍ່ປະຕິບັດຕາມຂໍ້ຕົກລົງ ເຮັດໃຫ້ສູນບໍລິຫານສະຖານະການການແຜ່ລະບາດຂອງພະຍາດຕິດເຊື້ອໄວຣັສໂຄໂຣນາ 2019 (ໂຄວິດ-19) ຫລື ສບຄ ຕ້ອງມີການສອບສວນພະຍາດຢ່າງລະອຽດ.
ໃນວັນທີ 14 ກໍລະກົດ, ໂຄສົກ ສບຄ ກ່າວເຖິງກໍລະນີດັ່ງກ່າວວ່າ: ທະຫານເອຢິບຄົນດັ່ງກ່າວເປັນຜູ້ຊາຍ ອາຍຸ 43 ປີ ເດີນທາງຈາກເອຢິບເຖິງໄທວັນທີ 8 ກໍລະກົດ ແລະ ເຂົ້າພັກຢູ່ສະຖານກັກກັນພະຍາດຂອງລັດ ເຊິ່ງເປັນໂຮງແຮມແຫ່ງໜຶ່ງຢູ່ແຂວງຣະຍອງ ໃນວັນທີ 9 ກໍລະກົດ ອອກຈາກໂຮງແຮມໄປເຮັດພາລະກິດທາງທະຫານທີ່ປະເທດຈີນ ແລະ ເວລາເກືອບທ່ຽງຄືນຂອງມື້ດຽວກັນນັ້ນໄດ້ບິນກັບມາປະເທດໄທ ແລະ ໄດ້ເຂົ້າພັກຢູ່ໂຮງແຮມເກົ່າ. ຈາກນັ້ນວັນທີ 11 ກໍລະກົດ ເດີນທາງກັບປະເທດເອຢິບ ແຕ່ຜົນກວດເຊື້ອຢືນຢັນຕິດໂຄວິດ-19 ອອກມາວັນທີ 12 ກໍລະກົດ ຂະນະທີ່ທະຫານເອຢິບທີ່ມານຳກັນອີກ 30 ຄົນ ບໍ່ພົບເຊື້ອ.
ຈາກບັນຫາດັ່ງກ່າວ, ເຈົ້າແຂວງຣະຍອງ ໄດ້ປະຊຸມຄະນະກຳມະການພະຍາດຕິດຕໍ່ແຂວງຣະຍອງຢ່າງຮີບດ່ວນ ສັ່ງໃຫ້ທີມສອບສວນພະຍາດລົງພື້ນທີ່ສອບສວນຢ່າງຮີບດ່ວນ ເບື້ອງຕົ້ນໄດ້ສັ່ງປິດຫ້ອງພັກ ແລະ ພື້ນທີ່ຊັ້ນເທິງສຸດ 2 ຊັ້ນຂອງໂຮງແຮມທີ່ກຸ່ມທະຫານເອຢິບເຂົ້າພັກ ແລະ ສັ່ງກັກຕົວພະນັກງານໂຮງແຮມ 2 ຄົນ ທີ່ຂຶ້ນໄປເສີບອາຫານແລ້ວ.
ຂະນະທີ່ ສະຖາບັນການສຶກສາໃນພື້ນທີ່ປະກາດປິດການຮຽນຊົ່ວຄາວ ຈຳນວນ 10 ແຫ່ງ ເພື່ອຄວາມປອດໄພຂອງນັກຮຽນ ແລະ ເຝົ້າລະວັງສະຖານະການ ນັບແຕ່ວັນທີ 14 ກໍລະກົດເປັນຕົ້ນໄປ ໂດຍບໍ່ມີກຳນົດ.

