ນັກທ່ອງທ່ຽວຄົນໜຶ່ງຕົກຈາກຊັ້ນທີ 7 ໂຮງແຮມແຫ່ງໜຶ່ງທັບເອົາຄົນນັ່ງຫຼີ້ນຢູ່ພື້ນດິນຕາຍນຳກັນ

ຂ່າວ BBC ໂດຍອ້າງອີງຄຳໃຫ້ການຂອງເຈົ້າໜ້າທີ່ຕຳຫຼວດ ເມືອງ Malaga ປະເທດ ສະເປນ, ໃຫ້ຮູ້ວັນທີ 11 ກໍລະກົດນີ້ວ່າ: ພວກເຂົາກຳລັງກວດສອບການຕາຍຂອງຊາຍສອງຄົນທີ່ ເມືອງ Marbella ຢູ່.

(ໜັງສືພິມ ລາວພັດທະນາ)

ຂ່າວ Sky News ໃຫ້ຮູ້ວ່າ ພົນສະເມືອງອັງກິດຄົນດັ່ງກ່າວ ມີອາຍຸປະມານ 50 ປີ ທີ່ໄປພັກຜ່ອນກັບຄອບຄົວຢູ່ທີ່ປະເທດ ສະເປນ ແລະ ຜູ້ເຄາະຮ້າຍອີກຄົນໜຶ່ງມີອາຍຸ 43 ປີ ຊາວສະເປນເອງ. ຜູ້ຊາຍຊາວອັງກິດໄດ້ຕົກລົງຈາກຊັ້ນທີ 7 ຂອງໂຮງແຮມບ່ອນທີ່ພັກເຊົາຢູ່ນັ້ນ ຕົກລົງມາທັບເອົາກັບຊາຍສະເປນຄົນໜຶ່ງທີ່ກຳລັງນັ່ງຫຼີ້ນຢູ່ພື້ນດິນຕາຍຄາທີ່ນຳກັນທັງສອງຄົນ.

ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ nld)

(ໜັງສືພິມ ລາວພັດທະນາ)

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ