‘ອາຟຣິກາໃຕ້’ ຂຸດຂຸມ 1,5 ລ້ານຂຸມ ຖ້າເຫຍື່ອໂຄວິດເພີ່ມ

“ອາຟຣິກາໃຕ້” ຂຸດຂຸມ 1,5 ລ້ານຂຸມ ໃນນະຄອນໂຢຮັນເນສເບິກ ແລະ ນະຄອນຫລວງພຣິໂຕເຣຍ ກຽມຖ້າຝັ່ງສົບຜູ້ຕິດໂຄວິດ-19.

ເຈົ້າໜ້າທີ່ກະຊວງສາທາລະນະສຸກອາຟຣິກາໃຕ້ ເປີດເຜີຍວ່າ: ເຂດແຜ່ເຊື້ອຢູ່ອາຟຣິກາໃຕ້ທີ່ມີການລະບາດຂອງໂຄວິດ-19 ແຫ່ງໃໝ່ ຄືແຂວງກາວເຕັງ ແລະ ທາງການໄດ້ກຽມຂຸດຂຸມຝັງສົບຫລາຍກວ່າ 1,5 ລ້ານຂຸມໄວ້ຮອງຮັບຜູ້ເສຍຊີວິດຈາກໂຄວິດ-19.
ທ່ານ ໝໍ ບັນດີລ ມາຊູກູ ເຊິ່ງເປັນສະມາຊິກສະພາທ້ອງຖິ່ນຂອງແຂວງກາວເຕັງ ບອກວ່າ: ການຂຸດຂຸມ ເປັນຄວາມຮັບຜິດຊອບຂອງສາທາລະນະຊົນທີ່ຈະຕ້ອງສ້າງຄວາມໝັ້ນໃຈວ່າ: ຂຸມເຫລົ່ານີ້ບໍ່ຈຳເປັນຕ້ອງໃຊ້ ເພາະມັນເປັນການຕັດສິນໃຈທີ່ລຳບາກ ເຊິ່ງນອກຈາກການກຽມຂຸມສົບຢູ່ແຂວງກາວເຕັງແລ້ວ, ຢູ່ນະຄອນໂຢຮັນເນສເບິກ ກັບເມືອງຫລວງຄືນະຄອນຫລວງພຣິໂຕເຣຍ ກໍເຮັດແບບດຽວກັນ.
ແຂວງກາວເຕັງໄດ້ຢືນຢັນຕົວເລກຜູ້ຕິດເຊື້ອໃນປັດຈຸບັນຫລາຍກວ່າ 71.000 ຄົນ ຫລື 33% ຂອງຜູ້ຕິດເຊື້ອໃນປະເທດທີ່ມີຈຳນວນຫລາຍກວ່າ 215.000 ຄົນ. ຂະນະທີ່ຈຳນວນຜູ້ຕິດເຊື້ອໃໝ່ຍັງຢູ່ໃນລະດັບສູງ ໂດຍຕິດກຸ່ມປະເທດທີ່ມີຜູ້ຕິດເຊື້ອແຕ່ລະວັນສູງທີ່ສຸດ.

