ຫວຽດນາມ: ໄຟຟ້າລາຄາດຽວ ຜູ້ຮັ່ງໄດ້ປຽບຜູ້ທຸກ

ບັນດານັກຊ່ຽວຊານໃຫ້ຮູ້ວ່າ: ຖ້າຫາກເລືອກໃຊ້ໃນລາຕາດຽວ, ຜູ້ທີ່ຊົມໃຊ້ກະແສໄຟໜ້ອຍ ຈະຕ້ອງໄດ້ເສຍເງິນຫຼາຍຂຶ້ນ, ໃນຄະນະດຽວກັນຜູ້ໃຊ້ຫຼາຍ ພັດໄດ້ຮັບສ່ວນຫຼຸດ.
ກະຊວງອຸດສາຫະກຳການຄ້າຂອງຫວຽດນາມໃຫ້ຮູ້ວ່າ: ກຳລັງເບິ່ງໂຄງສ້າງລາຄາໄຟຟ້າຄືນໃໝ່, ໂດຍຫຼຸດຈາກ 6 ຂັ້ນໃນເມື່ອກ່ອນມາເປັນ 5 ຂັ້ນ ຂອງລາຄາໄຟຟ້າໃນຄົວເຮືອນ. ຖ້າຫາກຖືກປະກາດນຳໃຊ້ ກໍໝາຍຄວາມວ່າ ຈະມີຕາຕະລາງລາຄາໄຟ 2 ແບບ, ຊຶ່ງຜູ້ຊົມໃຊ້ຈະມີສອງທາງເລືອກ: ເລືອກລາຄາດຽວ ຫຼື ເລືອກລາຄາຫຼາຍຂັ້ນ.
( ຂ່າວລາວພັດທະນາ )
ທ່ານ ເຈິນວຽດງາຍ ປະທານສະມາຄົມພະລັງງານຂອງຫວຽດນາມ ໃຫ້ຮູ້ວ່າ: ຖ້າປະຊາຊົນເລືອກໃຊ້ລາຄາດຽວ ຈະມີຈຸດດີຢູ່ບ່ອນວ່າຜູ້ຊົມໃຊ້ ແລະ ຂະແໜງການໄຟຟ້າຈະງ່າຍໃນການຈົດນັບເລກກົງເຕີ, ຕິດຕາມ ແລະ ຄຸ້ມຄອງໄດ້ງ່າຍຂຶ້ນ.
ຜູ້ຕາງໜ້າບໍລິສັດລັດວິສາຫະກິດໄຟຟ້າ ຫວຽດນາມໃຫ້ຮູ້ວ່າ: ການວາງລາຄາດຽວນັ້ນ ມັນມີລັກສະນະ ຍືດຍຸນທີ່ປະຊາຊົນສາມາດເລືອກໄດ້. ຖ້າຫາກຖືກປະກາດນໍາໃຊ້ ກໍຈະມີລາຄາສອງຮູບແບບ: ລາຄາດຽວ ແລະ ລາຄາຫຼາຍຂັ້ນ. ຖ້າປະຊາຊົນພໍໃຈແບບໃດກໍຈະນຳໃຊ້ການຄິດໄລ່ແບບນັ້ນຈົນກວ່າຈະມີການປ່ຽນແປງໃໝ່.
ປະທານສະມາຄົມພະລັງງານຂອງຫວຽດນາມຢໍ້າວ່າ: ການຄິດໄລ່ລາຄາດຽວ ຊຶ່ງບໍ່ສາມາດຈະຫຼີກລ່ຽງຜົນກະທົບໄດ້ ເພາະວ່າ: ຄົວເຮືອນທີ່ຊົມໃຊ້ກະແສໄຟຟ້າໜ້ອຍ ໂດຍສະເລ່ຍກໍຢູ່ທີ່ 200 kwh ຈະໄດ້ເສຍເງິນເພີ່ມຂຶ້ນ ແລະ ແຕ່ 400 kwh ຂຶ້ນໄປ ລາຄາໄຟຟ້າແຕ່ລະເດືອນຊໍ້າພັດຫຼຸດລົງ. ໃນຂະນະດຽວກັນ ຄົວເຮືອນທີ່ໃຊ້ຕໍ່າກວ່າ 200 kwh ສ່ວນຫຼາຍແມ່ນຄົວເຮືອນທຸກ, ມີລາຍຮັບຕໍ່າ ແລະ ຜ່ານມາລັດຍັງໄດ້ຖົມຂຸມໃຫ້, ຖ້າຫາກໃຊ້ໄຟຕໍ່າກວ່າ 50 kwh.
ເມື່ອວິເຄາະເບິ່ງໂຄງສ້າງດັ່ງກ່າວແລ້ວ, ກະຊວງອຸດສາຫະກຳ-ການຄ້າເຫັນວ່າ: ຖ້າຜູ້ຊົມໃຊ້ກະແສໄຟຟ້າແຕ່ 300 kwh ຂຶ້ນເມືອ ຈະໄດ້ເສຍເງິນໜ້ອຍກວ່າຜູ້ທີ່ຊົມໃຊ້ຕໍ່າກວ່າ 300 kwh.
| ນຳໃຊ້ (kWh) | ຕາຕະລາງປຽບທຽບລາຄາ | |||
| ລາຄາດຽວ 1.897 ດົ່ງ kWh | ລາຄາດຽວ 2.282 ດົ່ງ kWh (ສະເຫນີຂຶ້ນ) | ລາຄາ 5 ຂັ້ນ (ກຳລັງສະເຫນີ) | ລາຄາ 6 ຂັ້ນ | |
| 50 | 94.850 | 114.100 | 77.450 | 83.900 |
| 100 | 189.700 | 228.200 | 154.900 | 170.600 |
| 200 | 379.400 | 456.400 | 495.600 | 372.000 |
| 300 | 560.100 | 684.600 | 729.600 | 625.600 |
| 400 | 758.800 | 912.800 | 963.600 | 909.000 |
| 500 | 948.500 | 1.141.000 | 1.233.700 | 1.201.700 |
| 600 | 1.138.200 | 1.369.200 | 1.503.800 | 1.494.400 |
| 700 | 1.327.900 | 1.597.400 | 1.773.900 | 1.787.100 |
| 800 | 1.517.600 | 1.825.600 | 2.084.400 | 2.079.800 |

