ກອງປະຊຸມທາງໄກລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ໃນວັນທີ 9 ກໍລະກົດ 2020 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມທາງໄກ ລັດຖະ ມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13, ໂດຍການເປັນປະທານຮ່ວມຂອງ ທ່ານ MotegiToshimitsu ລັດຖະມົນຕີ ກະຊວງການຕ່າງປະເທດຍີ່ປຸ່ນ ແລະ ທ່ານ Pham Binh Minh ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ, ມີບັນດາລັດຖະມົນຕີຕ່າງປະເທດ ຈາກປະເທດ ແມ່ນໍ້າຂອງຄື: ກຳປູເຈຍ, ສປປ ລາວ, ມຽນມາ ແລະ ໄທ ເຂົ້າຮ່ວມ.
ກອງປະຊຸມໄດ້ທົບທວນຄືນ ຜົນການຮ່ວມມືໃນໄລຍະຜ່ານມາ ກໍຄື ການຈັດຕັ້ງປະຕິບັດຍຸດທະສາດໂຕກຽວ 2018, ເຊິ່ງເຫັນວ່າຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ໄດ້ມີບາດກ້າວຂະຫຍາຍຕົວ ແລະ ມີໝາກຜົນ, ແຕ່ພ້ອມດຽວກັນນັ້ນ, ການແຜ່ລະບາດຂອງພະຍາດໂຄວິດ-19 ກໍໄດ້ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ໄປທົ່ວໂລກເວົ້າລວມ, ເວົ້າສະເພາະ ກໍຄື ບັນດາປະເທດສະມາຊິກ ແມ່ນໍ້າຂອງ-ຍີ່ປຸ່ນ. ກອງປະຊຸມຍັງໄດ້ ສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ ຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫລືອທາງດ້ານເຕັກນິກ, ອຸປະກອນ ແລະ ວິຊາການ ແກ່ບັນດາປະເທດສະມາຊິກແມ່ນໍ້າຂອງ ເພື່ອຕໍ່ສູ້ຕ້ານກັບພະຍາດໂຄວິດ-19.
ນອກຈາກນີ້, ກອງປະຊຸມກໍໄດ້ປຶກສາຫາລື ແລະ ວາງທິດທາງການຮ່ວມມືໃນຕໍ່ໜ້າ ໂດຍໄດ້ເນັ້ນໃສ່ການຟື້ນຟູເສດຖະກິດພາຍຫລັງທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງຍີ່ປຸ່ນ ໄດ້ປະກາດໃຫ້ທຶນຊ່ວຍເຫລືອລ້າມູນຄ່າ 1 ຕື້ເຢັນ ເພື່ອຊ່ວຍເຂົ້າໃນໂຄງການຄວາມປອດໄພດ້ານສຸຂະພາບຂັ້ນພື້ນຖານຂອງມະນຸດ.
ກອງປະຊຸມທາງໄກລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13 ໄດ້ຮັບຮອງເອົາເອກະສານສຳຄັນຈຳນວນ 1 ສະບັບຄື: ຖະແຫລງການປະທານຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13 ວ່າດ້ວຍການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ເພື່ອບັນລຸການປະກັນສຸຂະພາບທຸກຖ້ວນໜ້າ ແລະ ເສີມສ້າງຄວາມສໍາພັນດ້ານເສດຖະກິດ (Co-chairs’ Statement of 13th Mekong-Japan Foreign Ministers’ Meeting on Mekong-Japan Cooperation for achieving Universal Health Coverage (UHC) and integral strengthening of Economic relations).

