6 ເດືອນຜ່ານມາມູນຄ່າສົ່ງອອກສິນຄ້າເມືອງແກ່ນທ້າວ ບັນລຸໄດ້ຫລາຍກວ່າ 14 ລ້ານໂດລາສະຫະລັດ

ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງແກ່ນທ້າວ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີນີ້ ມູນຄ່າສົ່ງອອກສິນຄ້າຂອງເມືອງແກ່ນທ້າວ ແຂວງໄຊຍະບູລີ ບັນລຸໄດ້ຫລາຍກວ່າ 14 ລ້ານໂດລາສະຫະລັດ ຊຶ່ງທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 20%, ໃນນັ້ນ ມີສາລີ 18.000 ກວ່າໂຕນ, ໝາກເດືອຍ 1.000 ກວ່າໂຕນ, ມັນຕົ້ນແຫ້ງຫລາຍກວ່າ 1 ແສນໂຕນ, ຖົ່ວດິນຝັກກວ່າ 30 ໂຕນ, ຖົ່ວແດງ 265 ໂຕນ, ໝາກງາ 28 ໂຕນ, ຂີງດໍາ 12 ໂຕນ, ແກ່ນສາລີ 2.000 ໂຕນ, ໝາກແຕງດອງເກດເອກວ່າ 90 ໂຕນ ແລະ ໝາກແຕງດອງເກດບີກວ່າ 50 ໂຕນ. ສ່ວນມູນຄ່ານໍາເຂົ້າສິນຄ້າຈາກຕ່າງປະເທດມີສູງເຖິງ 861 ລ້ານກວ່າໂດລາ ໃນນີ້ມີນໍ້າມັນເຊື້ອໄຟ ມູນຄ່າ 814 ລ້ານກວ່າໂດລາ, ພາຫະນະ 73.000 ກວ່າໂດລາ, ຊີ້ນສ່ວນອາໄຫລ່ 19,8 ລ້ານກວ່າໂດລາ, ເຄື່ອງກໍ່ສ້າງ 2,60 ລ້ານກວ່າໂດລາ, ເຄື່ອງໃຊ້ໄຟຟ້າ 486.000 ໂດລາ ແລະ ເຄື່ອງອຸປະໂພກອື່ນໆ 24,40 ລ້ານກວ່າໂດລາ.

