ສະຖາບັນວິທະຍາສາດອັງກິດຮຽກຮ້ອງປະຊາຊົນ ໃສ່ຜ້າອັດປາກ-ດັງເມື່ອຢູ່ບ່ອນສາທາລະນະ

ເຊີເວນຄາຕຣາມັນ ຣາມກິດນັນ ສາສະດາຈານດ້ານຊີວະວິທະຍາ ແລະ ປະທານຣາດສະມາຄົມແຫ່ງລອນດອນ (Royal Society) ອັນເປັນສະຖາບັນວິທະຍາສາດແຫ່ງຊາດ ເປີດເຜີຍລາຍງານຜົນການສຶກສາວິໄຈກ່ຽວກັບການໃສ່ຜ້າອັດປາກ-ດັງສອງສະບັບ ສະແດງໃຫ້ເຫັນຫລັກຖານຢືນຢັນວ່າ: ຜ້າອັດປາກ-ດັງສາມາດປົກປ້ອງຜູ້ໃສ່ ແລະ ຄົນທີ່ຢູ່ໃກ້ຄຽງຈາກການຕິດໂຄວິດ-19 ໄດ້ ພ້ອມຮຽກຮ້ອງໃຫ້ປະຊາຊົນໃສ່ຜ້າອັດປາກ-ດັງ ຖ້າອອກຈາກເຮືອນ ຫລື ຢູ່ໃນສະຖານທີ່ສາທາລະນະທີ່ມີຄົນຈຳນວນຫລາຍ.
ສາສະດາຈານ ຣາມກິດນັນ ລະບຸວ່າ: ປະຊາຊົນຢູ່ສະຫະຣາຊະອານາຈັກມີອັດຕາການໃຊ້ຜ້າອັດປາກ-ດັງໜ້ອຍເມື່ອທຽບໃສ່ຫລາຍປະເທດ ເຖິງວ່າປັດຈຸບັນລັດຖະບານຈະມີຂໍ້ແນະນຳໃຫ້ປະຊາຊົນທົ່ວປະເທດໃສ່ຜ້າອັດປາກ-ດັງຖ້າຢູ່ສະຖານທີ່ສາທາລະນະ ແລະ ບັງຄັບໃຫ້ໃສ່ຜ້າອັດປາກ-ດັງເມື່ອໃຊ້ບໍລິການລະບົບຂົນສົ່ງຕ່າງໆ ເຊິ່ງສວນທາງກັບທ່າທີຂອງກະຊວງສາທາລະນະສຸກສະຫະຣາຊະອານາຈັກທີ່ເຄີຍປະກາດກ່ອນໜ້ານີ້ວ່າ: ບໍ່ມີຄວາມຈຳເປັນທີ່ປະຊາຊົນຕ້ອງໃສ່ຜ້າອັດປາກ-ດັງເມື່ອອອກນອກເຮືອນ.
ຂໍ້ມູນໃນທ້າຍເດືອນເມສາຜ່ານມາພົບວ່າ: ມີປະຊາຊົນຢູ່ສະຫະຣາຊະອານາຈັກພຽງ 25% ທີ່ໃສ່ຜ້າອັດປາກ-ດັງ ເຊິ່ງໜ້ອຍຫລາຍເມື່ອທຽບໃສ່ອິຕາລີ ທີ່ມີປະຊາຊົນໃສ່ຜ້າອັດປາກ-ດັງຫລາຍກວ່າ 83,4%, ອາເມລິກາ 65,8% ແລະ ສະເປນ 63,8%.
ຈາກຂໍ້ມູນດັ່ງກ່າວສະແດງໃຫ້ເຫັນວ່າ: ປະຊາຊົນຈຳນວນຫລາຍຍັງ “ບໍ່ສົນໃຈ” ກ່ຽວກັບຜົນປະໂຫຍດຂອງການໃສ່ຜ້າອັດປາກ-ດັງ ໂດຍສາສະດາຈານ ຣາມກິດນັນ ຊີ້ວ່າ: ສາເຫດມາຈາກຄວາມບໍ່ຈະແຈ້ງໃນການສົ່ງຂໍ້ຄວາມຂອງລັດ. ອີກທັງການໃຫ້ຂໍ້ແນະນຳທີ່ບໍ່ແນ່ນອນ.
ຜ່ານມາ ມີຄວາມເຫັນຫລາກຫລາຍຈາກນັກວິຊາການ ແລະ ຜູ້ຊ່ຽວຊານໃນໜ່ວຍງານທີ່ປຶກສາຂອງລັດຖະບານສະຫະຣາຊະອານາຈັກ ກ່ຽວກັບການໃສ່ຜ້າອັດປາກ-ດັງ ໂດຍບາງຄົນລະບຸຫລັກຖານທີ່ບົ່ງບອກວ່າ: ການໃສ່ຜ້າອັດປາກ-ດັງບໍ່ຊ່ວຍຢຸດການລະບາດຂອງໄວຣັສໃນປະເທດອາຊີໄດ້ ແລະ ກັງວົນວ່າອາດເປັນການສ້າງຄວາມຮູ້ສຶກປອດໄພຈາກການຕິດເຊື້ອແບບຜິດໆ.
ເຖິງຢ່າງໃດກໍຕາມ, ຂໍ້ສະຫລຸບທີ່ເປັນເອກະພາບຄື ຜ້າອັດປາກ-ດັງນັ້ນ ອາດຊ່ວຍຫລຸດຄວາມສ່ຽງທີ່ຜູ້ຕິດເຊື້ອຈະແຜ່ກະຈາຍໄວຣັສໄປຫາບຸກຄົນອື່ນ.
ສ່ວນສາສະດາຈານ ພອລ ເອເດລສະໄຕ ຈາກມະຫາວິທະຍາໄລເພນຊິລເວເນຍ ໃນອາເມລິກາ ເຊິ່ງຂຽນລາຍງານຜົນການວິໄຈອີກສະບັບໜຶ່ງກ່ຽວກັບຜົນປະໂຫຍດ ແລະ ປະສິດທິພາບຂອງຜ້າອັດປາກ-ດັງ ພົບຫລັກຖານທີ່ສະແດງໃຫ້ເຫັນວ່າ: ການໃສ່ຜ້າອັດປາກ-ດັງສາມາດປົກປ້ອງຜູ້ໃສ່ ແລະ ຄົນອ້ອມຂ້າງໄດ້ ເນື່ອງຈາກປັດຈຸບັນມີຜູ້ຕິດໂຄວິດ-19 ທີ່ບໍ່ສະແດງອາການຈຳນວນຫລາຍ ແລະ ອອກໄປນອກເຮືອນເປັນປະຈຳທຸກວັນ ເຊິ່ງການໃສ່ຜ້າອັດປາກ-ດັງຈະຊ່ວຍປ້ອງກັນຜູ້ຕິດເຊື້ອໃໝ່ບໍ່ໃຫ້ແຜ່ກະຈາຍໄວຣັສໄປຫາບຸກຄົນອື່ນໄດ້.

