ເງິນກີບເຟີ້ຍ້ອນພວກເຮົາພາກັນເຜີ

ໂດຍ: ທິດກໍ່າ
ເວົ້າເລື່ອງຄຸນຄ່າຂອງເງິນກີບລາວເຮົາ ເທົ່າທີ່ໄດ້ຕິດຕາມມາຫລາຍສິບປີເຫັນວ່ານັບມື້ອ່ອນຄ່າລົງຕິກໆ ໂດຍສະເພາະແມ່ນເລີ່ມແຕ່ຊຸມປີ 2000 ເປັນຕົ້ນມາ ແລະ ຈາກນີ້ໄປຫາອະນາຄົດອັນຍາວນານ ເຮົາຍັງບໍ່ທັນຮູ້ວ່າອີກຈັກເດືອນຈັກປີເງິນກີບລາວຈຶ່ງຈະເລີ່ມແຂງຄ່າຂຶ້ນຕາມຄວາມມຸ້ງມາດປາດຖະໜາຂອງຄົນໃນຊາດ, ຊ້ຳບໍ່ໜຳ ໃນເງື່ອນໄຂທີ່ເສດຖະກິດຂອງໂລກ ແລະ ພາກພື້ນພວມເຕີບໃຫຍ່ປ່ຽນແປງໄປ ທຸກໆປະເທດໃຜກໍມີການແກ້ງແຍ່ງແຂ່ງຂັນກັນສ້າງສາພັດທະນາປະເທດຊາດ ເພື່ອໃຫ້ເສດຖະກິດຂອງປະເທດຕົນນັບມື້ເຂັ້ມແຂງຂຶ້ນເລື້ອຍໆ. ອີກປະການໜຶ່ງໃນຍຸກໂລກາພິວັດ ບໍ່ວ່າເສດຖະກິດ ແລະ ສັງຄົມມັນກໍຍ່ອມປັບຕົວ ແລະ ມີການພັດທະນາໄປຕາມກົດເກນ ເພື່ອຄວາມຢູ່ລອດ ແລະ ຄວາມຍິ່ງໃຫຍ່ຂະຫຍາຍຕົວຂອງແຕ່ລະປະເທດ. ເພາະສະນັ້ນ ປະເທດໃດມີການພັດທະນາຫລາຍກວ່າກໍຍິ່ງໄດ້ປຽບໃນດ້ານເສດຖະກິດ, ການເງິນ, ເງິນຕາ ນັບທັງເຕັກໂນໂລຊີ ເພື່ອຕໍ່ສູ້ກັບສິ່ງທ້າທາຍ ແລະ ໄພພິບັດຕ່າງໆທີ່ອາດຈະເກີດຂຶ້ນໃນໂລກ ເຊິ່ງບໍ່ຕ່າງຫຍັງກັບໂຄວິດ-19 ໄດ້ມາທຳລາຍເຜົາຜານຊີວິດອິນຊີຂອງມວນມະນຸດ. ຍັງບໍ່ພຽງແຕ່ເທົ່ານັ້ນ ມັນຍັງສັ່ງສອນໃຫ້ບົດຮຽນ ແລະ ປັບປ່ຽນແບບແຜນການດຳລົງຊີວິດຂອງມວນມະນຸດອີກດ້ວຍ.
ສຳລັບປະເທດລາວໃນເງື່ອນໄຂທີ່ຍັງເປັນປະເທດທຸກຍາກ ແລະ ດ້ອຍພັດທະນາ, ຫລ້າຫລັງມາຢ່າງຍາວນານ, ເສດຖະກິດການເງິນ, ເງິນຕາບໍ່ທັນເຂັ້ມແຂງ ກໍຍິ່ງໄດ້ຮັບຜົນກະທົບຊ້ຳຕື່ມໄປເລື້ອຍໆ ເຊິ່ງໜຶ່ງໃນບັນຫາທີ່ກ່າວມານີ້ກໍຄືຄຸນຄ່າຂອງເງິນກີບນັບມື້ຕົກຕໍ່າ ແລະ ເຟີ້ຢ່າງໜ້າເປັນຫ່ວງ ແລະ ວິຕົກດັ່ງທີ່ເຫັນໃນສະພາບປັດຈຸບັນ. ໃນໂອກາດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຄືໃນວັນທີ 27 ມິຖຸນາຜ່ານມາ, ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຊີ້ແຈງກ່ຽວກັບສະພາບເງິນຕາຕ່າງປະເທດ, ອັດຕາແລກປ່ຽນ-ອັດຕາເງິນເຟີ້ ແລະ ມາດຕະການແກ້ໄຂ ນັບແຕ່ປີ 2018 ເປັນຕົ້ນມາ ແມ່ນປະສົບບັນຫາສິ່ງທ້າທາຍຢ່າງຫລວງຫລາຍ ໂດຍສະເພາະໃນໄລຍະທີ່ຄ່າເງິນໂດລາ ແລະ ຄ່າເງິນບາດແຂງໂຕຢ່າງຕໍ່ເນື່ອງໃນຕະຫລາດສາກົນ. ໃນຂະນະທີ່ພື້ນຖານເສດຖະກິດຂອງ ສປປ ລາວເຮົາ ຍັງອາໄສການນຳເຂົ້າສິນຄ້າ ແລະ ການບໍລິການຈາກຕ່າງປະເທດ, ພັນທະໃນການຊຳລະໜີ້ສິນຕໍ່ຕ່າງປະເທດກໍສືບຕໍ່ເພີ່ມຂຶ້ນ ແລະ ບັນດາລາຍຮັບທີ່ເປັນເງິນຕາພັດຫລຸດລົງ. ນອກຈາກນັ້ນ ກະແສເງິນຊ່ວຍເຫລືອລ້າ, ເງິນລົງທຶນຈາກຕ່າງປະເທດກໍໄດ້ຮັບຜົນກະທົບຈາກເສດຖະກິດໂລກ ເຊິ່ງໃນປີ 2019 ມີພຽງ 755 ລ້ານໂດລາ ຫລຸດລົງເກືອບ 44% ເມື່ອທຽບໃສ່ປີ 2018 ແມ່ນປະມານ 1,3 ພັນລ້ານໂດລາ ແລະ ຫລຸດລົງ 55% ເມື່ອທຽບໃສ່ປີ 2017 ປະມານ 1,7 ພັນລ້ານໂດລາ. ເພາະສະນັ້ນຈຶ່ງເປັນເຫດໃຫ້ຄຸນຄ່າຂອງເງິນກີບລາວຕົກຕໍ່າ ແລະ ກໍເຟີ້ໄປເລື້ອຍໆ ຈົນມາຮອດປັດຈຸບັນເຫັນວ່າເປັນໜ້າວິຕົກ ແລະ ຍັງບໍ່ຮູ້ວ່າໂອກາດໃດສະພາບດັ່ງກ່າວຈະຫລຸດພົ້ນອອກຈາກຊາຕາກຳອັນບໍ່ເພິ່ງປາດຖະໜາເຫລົ່ານີ້ໄດ້. ເມື່ອຕັ້ງໂຈດກັນວ່າ, ເປັນຫຍັງເງິນກີບລາວຈຶ່ງນັບມື້ເຟີ້ ຫລື ອ່ອນຄ່າລົງຕິກໆ ? ຄໍາຕອບສ່ວນໃຫຍ່ກໍແມ່ນໄດ້ເວົ້າມາຂ້າງເທິງນັ້ນແລ້ວ, ແຕ່ກໍຍັງມີຫລາຍປັດໄຈ ແລະ ຫລາຍເງື່ອນໄຂທີ່ພວກເຮົາຈະຕ້ອງພ້ອມກັນຄິດ ແລະ ຊອກຫາທາງອອກໃຫ້ສອດຄ່ອງກັບຍຸກສະໄໝ.
ແຕ່ແນວໃດກໍດີ, ຕາມທິດກໍ່າວ່າ, ສາເຫດ ແລະ ປັດໄຈທີ່ພາໃຫ້ເງິນກີບລາວເຟີ້ນັ້ນແມ່ນຍ້ອນພວກເຮົາພາກັນເຜີ ໂດຍບໍ່ເຫັນຄຸນຄ່າປະລະເງິນກີບມາຫລາຍສິບປີແລ້ວ ເປັນຕົ້ນພາກັນຫັນໄປນິຍົມໃຊ້ເງິນໂດລາ, ເງິນບາດ, ເຫີນຫ່າງຈາກການຜະລິດສິນຄ້າທີ່ຫລາກຫລາຍ ຍ້ອນການສົ່ງເສີມການຜະລິດຂະໜາດນ້ອຍ-ຂະໜາດກາງບໍ່ແຂງແຮງຈົນບໍ່ສາມາດເປັນພື້ນຖານໃຫ້ເສດຖະກິດຂອງຊາດ, ອາໄສແຕ່ພາກອຸດສາຫະກຳທັນສະໄໝເປັນທີ່ຕັ້ງສຸດທ້າຍມາພາກອຸດສາຫະກຳສ່ວນໜຶ່ງບໍ່ສາມາດສົ່ງເສີມໃຫ້ພື້ນຖານເສດຖະກິດລາວໄດ້ຟື້ນຕົວຢ່າງແຂງແຮງ. ຕົວຢ່າງເລື່ອງໄຟຟ້າ, ບໍ່ແຮ່, ອຸດສາຫະກຳໄມ້, ທີ່ດິນ, ການເຊົ່າ, ການຊຳປະທານ, ອະສັງຫາລິມະຊັບທີ່ເຄີຍເປັນສ່ວນໜຶ່ງຄ້ຳຈູນປະເທດຊາດບ້ານເມືອງໃນຜ່ານມາກໍນັບມື້ກຸດຫ້ຽນ, ມະຫັບມະຫາຍໄປເກືອບໝົດແລ້ວ. ອັນສາເຫດກໍຍ້ອນວ່າມີການສໍ້ລາດບັງຫລວງໃນຖັນແຖວເຈົ້າພະນັກງານເກີນຂອບເຂດ ນັບແຕ່ເທິງລົງລຸ່ມພາກັນເຫີ່ໄປຄ້າຂາຍແບບຜິດກົດໝາຍ, ຢາເສບຕິດ, ຄ້າຂາຍເຖື່ອນ, ລັກລອບໜີພາສີ ແລະ ຫັນໄປໃຊ້ເງິນຕາຕ່າງປະເທດບໍ່ໃຫ້ຄວາມສຳຄັນຕໍ່ເງິນກີບລາວ ຈຶ່ງເຮັດໃຫ້ບົດບາດຂອງເງິນກີບນັບມື້ຕົກຕໍ່າ. ອີກປະການໜຶ່ງ ບັນຫາການຄຸ້ມຄອງເງິນຕາໃນການບໍລິການຄ້າຂາຍພາຍໃນກໍບໍ່ທັນເຂັ້ມແຂງເດັດຂາດ, ມີຫລາຍທຸລະກິດບໍລິການພາກັນນຳໃຊ້ເງິນຕາຕ່າງປະເທດເປັນທີ່ຕັ້ງໂດຍບໍ່ຫົວຊານຳເງິນກີບລາວແຕ່ປະການໃດ.
ເຖິງຢ່າງໃດກໍດີ, ຕາມເຮົາວ່າ, ທຸກສິ່ງທຸກຢ່າງ ຖ້າຢາກໃຫ້ເງິນກີບລາວມີຄຸນຄ່າແຂງຕົວທຽບຖານກັບສະກຸນເງິນອື່ນ ທາງອອກຄືຄົນລາວຕ້ອງເປັນເຈົ້າ ເຊິ່ງສະແດງອອກຄື: ສະຕິເປັນເຈົ້າຂອງປະເທດຊາດ, ເປັນເຈົ້າການຜະລິດສິນຄ້າເພື່ອສົ່ງອອກໃຫ້ຫລາຍໆຈຶ່ງຈະສາມາດຢູ່ລອດ. ໃນຜ່ານມາ ແນວທາງຂອງຜູ້ນຳ ກໍຄືພັກ ແລະ ລັດຖະບານໄດ້ວາງອອກສ້າງເສດຖະກິດກຸ້ມຕົນເອງ, ເພິ່ງຕົນເອງ ແລະ ເຂັ້ມແຂງດ້ວຍຕົນເອງ ສຸດທ້າຍມາເຮົາປະຫັນໄປເອົາຂອງໝູ່ນຳໃຊ້ຂອງໝູ່, ລ້ຽງສັດປູກຝັງສົ່ງເສີມສິນຄ້າພາກກະສິກຳ ສຸດທ້າຍມາໄປຊື້ເອົາຂອງໄທເຂົ້າມາຂາຍພໍໄດ້ກຸ້ມປາກ, ທັງຂ້າຄົນລາວດ້ວຍກັນ. ນີ້ລະຄືຕົ້ນເຫດຂອງເງິນກີບລາວເຟີ້ ແລະ ຍິ່ງຈະເຟີ້ຖ້າພວກເຮົາພາກັນເຜີ !.
