ໂລກກຳລັງຄົ້ນຄ້ວາວັກຊີນ 141 ຊະນິດ ເພື່ອສະກັດກັ້ນໄວຣັສ ໂຄໂຣນາ

ການຄົ້ນຄວ້າ ແລະ ການປຸງແຕ່ງຢາເລີ່ມມີຂຶ້ນພາຍຫຼັງມີຂ່າວອອກໃນສື່ສັງຄົມອີນເຕີເນັດກ່ຽວກັບໄວຣັດໂຄວິດ ແຕ່ຈົນມາເຖິງຂະນະນີ້ກໍຍັງບໍ່ທັນມີວັກຊີນເພື່ອປ້ອງກັນພະຍາດດັ່ງກ່າວໄດ້ເທື່ອ.
(ໜັງສືພິມ ລາວພັດທະນາ)
ພາຍໃຕ້ຫົວຂໍ້: ” ທຸກຄົນຈະໄດ້ຮັບຜົນກະທົບຈາກການຖອນຕົວອອກຈາກ WHO ຂອງສະຫະລັດ” ຜູ້ອຳນວນການໃຫ່ຍ WHO ໃຫ້ຮູ້ວ່າ: ສະຫະລັດຄືເປົ້າໝາຍສຳຄັນທີ່ສຸດຂອງ WHO ນັບແຕ່ມີອົງການນີ້ຂຶ້ນມາໃນປີ 1948.
ທ່ານ Ghebreyesus ກໍຢືນຢັນວ່າ: ຖ້າສະຫະລັດຫາກຖອນອອກຈາກ WHO ຈະສົ່ງຜົນກະທົບກັບທຸກຄົນ. ການລະບາດຂອງພະຍາດໂຄວິດ-19 ມັນໄດ້ກ່າວເຕືອນໃຫ້ໂລກຮູ້ວ່າ ຕ້ອງຮ່ວມມືກັນເພື່ອແກ້ໄຂວິກິດການທາງດ້ານສຸຂະພາບໃນທົ່ວໂລກ. ໃນປັດຈຸບັນໂລກກຳລັງຄົ້ນຄວ້າວັກຊີນ 141 ຊະນິດຢູ່ເພື່ອສະກັດກັ້ນໄວຣັສໂຄໂຣນາ.
ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ congly)
(ໜັງສືພິມ ລາວພັດທະນາ)

