ຮ່ວມງານວິວາ ແລ້ວຮ່ວມສົ່ງສະການເຂີຍ

ສຳນັກຂ່າວ AFP ວັນທີ 1 ກໍລະກົດ ໃຫ້ຮູ້ວ່າ: ວັນທີ 15 ມີຖຸນາຜ່ານມາຢູ່ທີ່ລັດ Bihar ຂອງອິນເດຍ ໄດ້ຈັດງານວິວາ ຂອງຊາຍຄົນໜຶ່ງທີ່ມີອາການຕິດເຊື້ອໄວຣັດ ໂຄວິດ-19 ຢູ່ແລ້ວ. ສອງມື້ຕໍ່ມາ ເຂົາໄດ້ເສຍຊີວິດລົງ.
ທ່ານ Raj Kishor Chaudharyຫົວໜ້າທິມແພດໃນລັດ Biharໃຫ້ຮູ້ວ່າ ຜູ້ທີ່ເຂົ້າຮ່ວມງານວິວາ ຫຼື ເຂົ້າຮ່ວມສົ່ງສະການທັງໝົດຫຼາຍກວ່າ 111 ຄົນນັ້ນ ລ້ວນແຕ່ມີຜົນກວດເປັນບວກ.
ທີມແພດຍັງບໍ່ທັນສາມາດຢັ້ງຢືນໄດ້ວ່າ ທັງ 100 ກວ່າຄົນທີ່ຕິດເຊື້ອນັ້ນ ບໍ່ຮູ້ວ່າອອກມາຈາກຊາຍ(ເຂີຍ)ຄົນນັ້ນຫຼືບໍ່? ທ່ານ Raj Kishor Chaudhary ໃຫ້ຮູ້ອີກວ່າ: ທັງໝົດ 400 ຄົນທີ່ເຂົ້າຮ່ວມງານວິວາ ຫຼື ເຂົ້າຮ່ວມສົ່ງສະການນັ້ນ ລ້ວນແຕ່ຖືກກັກຕົວໃນບໍລິເວນທັງໝົດແລ້ວ.
ພາຍຫຼັງແຕ່ງງານໄດ້ 2 ວັນເຂົາກໍເສຍຊີວິດລົງ ແລະ ມີ ເກືອບ 200 ຄົນເຂົ້າຮ່ວມສົ່ງສະການເຂົາ ໃນນັ້ນມີບາງຄົນກໍເຂົ້າຮ່ວມທັງງານວິວາ ແລະ ເຂົ້າຮ່ວມທັງງານສົ່ງສະການ.
ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ tuoitre)

