ຂະແໜງແຜນການ ແລະ ການລົງທຶນ ຫັນເປັນ ທັນສະໄໝ ໃນການບໍລິຫານວຽກງານ

ກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້ “ການຫັນເປັນທັນສະໄໝຂອງຂະແໜງແຜນການ ແລະ ການລົງທຶນ ໄລຍະ 2020-2025” ໄດ້ຈັດຂຶ້ນໃນວັນທີ 2 ກໍລະກົດ 2020 ພາຍໃຕ້ການເປັນປະທານ ຂອງ ທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງ ທຶນ, ໂດຍມີພະນັກງານຫລັກແຫລ່ງພາຍໃນ ເຂົ້າຮ່ວມ.

ທ່ານ ວັນທະນາ ນໍລິນທາ ຮອງຫົວໜ້າຫ້ອງການ ຕາງໜ້າໜ່ວຍພັກຫ້ອງການ ກະຊວງແຜນ ການ ແລະ ການລົງທຶນ ແຈ້ງໃຫ້ຮູ້ວ່າ: ສະພາບການຫັນເປັນທັນສະໄໝ ຂອງກະຊວງ ຜທ ໃນໄລຍະຜ່ານມາ ເຫັນວ່າຫລາຍກົມພາຍໃນກະຊວງ ໄດ້ນຳໃຊ້ລະບົບຫ້ອງການທັນສະໄໝ ເພື່ອຕິດຕາມການຈໍລະຈອນເອກະສານ; ໄດ້ນຳໃຊ້ເຕັກໂນໂລຊີ ຂໍ້ມູນຂ່າວສານ ເພື່ອເພີ່ມປະສິດທະພາບ ແລະ ປະສິດທິຜົນໃນການແລກປ່ຽນຂໍ້ມູນຂ່າວສານ ແລະ ຈັດກອງປະຊຸມທາງໄກ ຜ່ານຫລາຍຊ່ອງທາງ ເຊັ່ນ: ວອດແອັບ, ວີແຊັດ, ເມັດເຊັນເຈີ້, ZOOM ແລະ ອື່ນໆ; ເຜີຍແຜ່ຂໍ້ມູນຂ່າວສານ ຜ່ານຊ່ອງທາງທັນສະໄໝ; ນຳໃຊ້ລະບົບທັນສະໄໝ ໃນການປະຕິບັດວຽກງານວິຊາສະເພາະ; ນຳໃຊ້ລະບົບ Network ແລະ ຖານຂໍ້ມູນ ເຊ່ິ່ງການຫັນເປັນທັນສະໄໝ ໄດ້ເຮັດໃຫ້ການຄຸ້ມຄອງບໍລິຫານວຽກງານ ມີຄວາມຄ່ອງໂຕຫລາຍຂຶ້ນ ຊ່ວຍເພີ່ມປະສິດທິພາບ ແລະ ປະສິດທະຜົນຂອງວຽກງານວິຊາສະເພາະ. ນອກນີ້, ຍັງຊ່ວຍປະຢັດງົບປະມານໃນຄ່າໃຊ້ຈ່າຍ ແລະ ອຳນວຍຄວາມສະດວກໃນການປະຕິບັດວຽກງານໃນເງື່ອນໄຂໃໝ່ ເຖິງຢ່າງໃດກໍຕາມ ການນຳໃຊ້ລະບົບທັນສະໄໝ ຍັງບໍ່ເປັນເອກະພາບທາງດ້ານຮູບແບບ, ບໍ່ສາມາດເຊື່ອມໂຍງລະ ຫວ່າງລະບົບທີ່ຕ່າງກັນໄດ້, ການພັດທະນາລະບົບຕ່າງໆ ຍັງບໍ່ລວມສູນ ສ່ວນຫລາຍແມ່ນອີງໃສ່ທ່າແຮງໃນການຂົນຂວາຍ ການຊ່ວຍເຫລືອຈາກຄູ່ຮ່ວມພັດທະນາ; ພື້ນຖານໂຄງລ່າງທັງ hardware ແລະ software ຍັງຈຳກັດ; ການນຳໃຊ້ລະບົບ ແລະ ເຄື່ອງມືທັນສະໄໝ ຍັງບໍ່ເຕັມປະສິດທິພາບ.
ເພື່ອເຮັດໃຫ້ການຄຸ້ມຄອງ ບໍລິຫານວຽກງານ ພາຍໃນກະຊວງມີປະສິດທິພາບ ແລະ ປະສິດທິຜົນ ກ້າວໄປສູ່ຄວາມທັນສະໄໝ ຄະນະພັກ, ຄະນະນຳກະຊວງ ໄດ້ສ້າງທິດທາງແຜນການລວມ ເພື່ອຫັນເປັນທັນສະໄໝ ໃນໄລຍະ 2021-2025 ໂດຍຈະນຳໃຊ້ລະບົບຫ້ອງການ ທັນສະໄໝ ທີ່ເປັນເອກະພາບ ແລະ ເຊື່ອມໂຍງກັນ; ສືບຕໍ່ນຳໃຊ້ ແລະ ປັບປຸງລະບົບການສື່ສານທັນສະໄໝ ແລະ ລະບົບກອງປະຊຸມທາງໄກ; ສືບຕໍ່ພັດທະນາຊ່ອງທາງເຜີຍແຜ່ຂໍ້ມູນຂ່າວສານ ທັນສະໄໝໃຫ້ຫລາຍຂຶ້ນ; ຄົ້ນຄວ້ານຳໃຊ້ລະ ບົບທັນສະໄໝ ໃນການປະຕິບັດວຽກງານວິຊາສະເພາະ, ພັດທະນາບຸກຄະລາກອນ ແລະ ແບບແຜນວິທີເຮັດວຽກ ໃຫ້ທັນສະໄໝ ແລະ ອື່ນໆ.

