ຈີນ ເຄື່ອນຍ້າຍຕຶກອາຄານມະຫຶມາ ນໍ້າໜັກຫຼາຍພັນໂຕນ

ຕຶກອາຄານຫຼັງໜຶ່ງລວມມີຫຼາຍຊັ້ນ ມີນໍ້າໜັກຫຼາຍພັນໂຕນ ໃນຈີນ ຖືກເຄື່ອນຍ້າຍດ້ວຍຕີນລົດ ດຶງດູດຜູ້ເບິ່ງຜູ້ຊົມຢ່າງຫຼວງຫຼາຍ ດ້ວຍໜ້າຄຶດງໍ້. ທັງມີຄວາມຊື່ນຊົມ ທັງມີການວິພາກວິຈານຕ່າງໆນາໆ.
ຈີນເຄີຍມີປະຫວັດຊື່ສຽງໂດ່ງດັງການເຄື່ອນຍ້າຍເຮືອນ, ຕຶກອາຄານ, ກິດຈະການ ຫຼື ປູສະນີຍະສະຖານປະຫວັດສາດທີ່ມີນໍ້າໜັກມະຫາສານມາແຕ່ດົນນານແລ້ວ.
ລະຫວ່າງກາງເດືອນມີຖຸນາຜ່ານມາ, ໂບດຄູນພໍ່ແຫ່ງໜຶ່ງມີອາຍຸ 127 ປີຢູ່ເມືອງ ຈີ່ໜານ ມົນທົນ ຊານຕົງ ຖືກເຄື່ອນຍ້າຍໄປຕັ້ງໄວ້ບ່ອນໃໝ່ ເຊິ່ງຫ່າງຈາກບ່ອນເກົ່າ 76 ແມດ.
ຕຶກດັ່ງກ່າວມີນໍ້າໜັກ 2.600 ໂຕນ ຖືກເຄື່ອນຍ້າຍໄປໄວ້ບ່ອນໃໝ່ໃນວັນທີ 10 ມີຖຸນາຜ່ານມາ ແຕ່ຍັງຢູ່ໃນຂອບເຂດບໍລິເວນທິວທັດບ່ອນເກົ່າຢູ່.
ຂ່າວ: ລູກເມືອງພວນ

