ອົງການອະນາໄມໂລກ ເຊີນຫວຽດນາມເຂົ້າຮ່ວມຄົ້ນຄວ້າວັກແຊັງ

ຜູ້ຕາງໜ້າອົງການອະນາໄມໂລກໃຫ້ຮູ້ວ່າ ປັດຈຸບັນ ໂລກກຳລັງສ້າງຕັ້ງອົງການສຳພັນທະມິດຄົ້ນຄວ້າວັກແຊັງ ຈຶ່ງຢາກເຊື່ອເຊີນ ຫວຽດນາມເຂົ້າຮ່ວມ. ການເຂົ້າຮ່ວມກັບສຳພັນທະມິດແມ່ນມີຄວາມສຳຄັນທີ່ສຸດເພື່ອໃຫ້ປະຊາຊົນສາມາດເຂົ້າເຖິງວັກແຊັງໃນໄລຍະເວລາອັນສັ້ນທີ່ສຸດ, ຄາດວ່າຈະເປັນທ້າຍປີ 2021.
ມີຄຳເຫັນຕໍ່ກອງປະຊຸມຕ້ານໂຄວິດ-19 ໃນວັນທີ 30 ມີຖຸນາ ຢູ່ຫວຽດນາມ ລະຫວ່າງຄະນະສະເພາະລະດັບຊາດຂອງຫວຽດນາມກັບບັນດາຜູ້ຕາງໜ້າອົງການອະນາໄມໂລກ ທ່ານຮອງນາຍົກລັດຖະມົນຕີ ວູດຶກດາມ ເນັ້ນວ່າ ຫວຽດນາມຍາມໃດກໍຖືສຳຄັນການຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ເປັນໜ້າທີ່ລວມຂອງທົ່ວທັງໂລກ. ຫວຽດນາມພ້ອມທີ່ຈະເຂົ້າຮ່ວມ ແລະ ປະກອບສ່ວນໃຫ້ແກ່ກັບໂລກໃນວຽກງານນີ້.
ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ baoquocte)

