ຫວຽດນາມຈັດການສອບເສັງເລື່ອນຊັ້ນພະນັກງານລະດັບສູງ

ວັນທີ 30 ມີນານີ້, ຄະນະກຳມະການຈັດການສອບເສັງເລື່ອນຊັ້ນໃຫ້ພະນັກງານລັດຂອງກະຊວງພາຍໃນ, ໄດ້ຈັດພິທີສອບເສັງໃຫ້ພະນັກງານລັດຈຳນວນ 703 ຄົນ ເພື່ອເສັງເລື່ອນຊັ້ນຂຶ້ນເປັນພະນັກງານລັດລະດັບສູງ.

ກ່າວເປີດພິທີສອບເສັງ, ທ່ານຮອງລັດຖະມົນຕີກະຊວງພາຍໃນ ຫງວຽນຈ໊ອງເຖື່ອ ກ່າວວ່າ ການສອບເສັງເລື່ອນຊັ້ນ ເປັນບາດກ້າວໜຶ່ງທີ່ສຳຄັນ ໃນການຍົກລະດັບຄຸນນະພາບຂອງພະນັກງານລັດໃຫ້ໄດ້ມາດຕະຖານ, ເປັນໄມ້ຫຼາວັດແທກເພື່ອຈັດວາງພະນັກງານໃຫ້ສົມຄູ່ກັບໜ້າທີ່ວຽກງານ.

ທ່ານຮອງລັດຖະມົນຕີ ຫງວຽນຈ໊ອງເຖື່ອ ໃຫ້ຮູ້ວ່າ ການສອບເສັງໃນປີນີ້ມີຫຼາຍອັນປ່ຽນແປງໃໝ່: ສອບເສັງແບບປາລະໄນກ່ຽວກັບຄວາມຮູ້ທົ່ວໄປ, ຄວາມຮູ້ທາງດ້ານພາສາຕ່າງປະເທດ, ເສັງຂຽນ ແລະ ປ້ອງກັນບົດຕາມຫຼັກການແກ້ງແຍ້ງແຂ່ງຂັນກັນ. ທ່ານຍັງຮຽກຮ້ອງມາຍັງຄະນະກຳມະການສອບເສັງ ແລະ ຜູ້ເຂົ້າຮ່ວມສອບເສັງຈົ່ງປະຕິບັດກົດລະບຽບການສອບເສັງໃຫ້ເຄັ່ງຄັດ.

ການສອບເສັງເອົາພະນັກງານລະດັບສູງປະຈຳປີ 2020 ນີ້ ຈະຈັດຂຶ້ນແຕ່ວັນທີ 6-14 ກໍລະກົດທີ່ຈະມາເຖິງນີ້.

ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ vietnamnet)

 

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ