ຈົ່ງຕັ້ງສະຕິ..! ເຢີເກນຄ໋ອບ ຂໍຮ້ອງແຟນຫົງຢ່າຟ້າວມາລວມຕົວກັນສະຫຼອງເເຊ້ມຊ່ວງນີ້

ເຢີເກນ ຄ໋ອບ ຄູຝຶກຫົງແດງລີເວີ້ພລູ ໄດ້ອອກມາຂໍຮ້ອງແຟນບານຂອງທີມຕົນ ຢ່າຟ້າວອອກມາລວມຕົວກັນສະຫຼອງເເຊ້ມພຣີເມຍລີກອັງກິດໃນຊ່ວງເວລານີ້ຫຼັງຈາກທີ່ແຟນບານຫົງແດງບາງກຸ່ມສ້າງປັນຫາກໍ່ເຫດວຸ້ນວາຍພາຍໃນເມືອງຈົນເຖີງຂັ້ນເກີດອັກຄີໄພ.

           ໂດຍ ຄ໋ອບ ໄດ້ຂຽນຈົດໝາຍ ແລະ ໄດ້ກະຈາຍຄວາມຮູ້ສຶກຂອງຕົນຜ່ານທາງສື່ສັງຄົມອອນລາຍເຖີງແຟນບານຂອງຕົນວ່າ: “ຂ້າພະເຈົ້າຮັກແລະຍິນດີຫຼາຍທີ່ທີມຄວ້າແຊ້ມພຣີເມຍລີກອັງກິດໄດ້, ສິ່ງທີ່ຂ້າພະເຈົ້າຮູ້ສຶກບໍ່ດີ ແລະ ຕ້ອງອອກມາເວົ້າຄືສິ່ງທີ່ເກິດຂື້ນແຟນບານໄດ້ມາລວມຕົວກັນສະຫຼອງເເຊ້ມ ແຕ່ສິ່ງສຳຄັນທີ່ສຸດຄືບໍ່ໃຫ້ມີການລວມຕົວກັນແບບນີ້ ເພາະວ່າມັນສ່ຽງຈະຕິດກັບໄວຣັສໂຄວິດ-19 ທີ່ກຳລັງແຜ່ລະບາດໃນໂລກຂໍຮ້ອງແຟນບານວ່າສະຫຼອງແຊ້ມໄດ້ ແຕ່ຕ້ອງສະຫຼອງໃຫ້ປອດໄພໃນທີ່ສ່ວນຕົວ ເຮົາສູ້ກັນມາໃນເກມການແຂ່ງຂັນທີ່ວ່າຍາກແລ້ວ ຍັງຕ້ອງປະເຊີນກັບໂຄວິດ-19 ໃຫ້ແຟນບານຈົ່ງມີສະຕິແລະລະບຽບວິໄນທີ່ຕ້ອງປະຕິບັດຕາມຄຳສັ່ງຂອງກະຊວງສາທາລະນະສຸກໃຫ້ໄດ້”