ສະຫະພາບເອີຣົບອະນຸຍາດໃຫ້ 14 ຊາດທີ່ມີຄວາມປອດໄພ ໂຄວິດເຂົ້າປະເທດໄດ້

ສະຫະພາບເອີຣົບມີລາຍຊື່ 14 ຊາດທີ່ສາມາດເຂົ້າປະເທດໄດ້ ແຕ່ໃນນັ້ນບໍ່ມີ ສະຫະລັດອາເມລິກາ, ບຣາຊິລ ແລະ ຈີນ. ປະເທດທີ່ສາມາດເຂົ້າໄປໃນເອີຣົບໄດ້ມີຄື: Algeria,  Australia, Canada, Georgia, Japan, Montenegro, Morocco, New Zealand, Rwanda, Serbia, South Korea, Thái Lan, Tunisia ແລະ Uruguayແຕ່ລາຍຊື່ດັ່ງກ່າວອາດມີການປ່ຽນແປງໄດ້.

ເຖິງຢ່າງໃດກໍດີ, ມີຊາດຈຳນວນໜຶ່ງໃນສະຫະພາບເອີຣົບ ຍັງມີທັດສະນະຂັດແຍ່ງກັນຢູ່ເຊັ່ນ: ສະເປນ ມີແນວຄວາມຄິດຢາກຍູ້ແຮງການທ່ອງທ່ຽວ ແຕ່ຕ້ອງຮັບປະກັນຄວາມປອດໄພ ເພາະຖືກໂຄວິດບຸກລຸກຢ່າງຮ້າຍແຮງໃນໄລຍະຜ່ານມາ. ໃນຂະນະດຽວກັນເຊັ່ນ: ເຄຣັກ, ປໍຕຸຍເກດ ຊຶ່ງເປັນປະເທດອາໃສເສດຖະກິດການທ່ອງທ່ຽວເປັນຫຼັກ ແລະ ການລະບາດຂອງພະຍາດກໍບໍ່ຮ້າຍແຮງ ຢາກເປີດກວ້າງໃຫ້ຫຼາຍກວ່ານີ້ເຂົ້າປະເທດໄດ້.

ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ zingnews)

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ