ອີຣານ ອອກຄຳສັ່ງ ໄລ່ລ່າປະທານາທິບໍດີ ໂດນັລທຣຳ

ວັນທີ 29 ມີຖຸນານີ້, ສຳນັກຂ່າວ Reuters ລາຍງານຂ່າວວ່າ ອີຣານໄດ້ປະກາດອອກຄຳສັ່ງໄລ່ລ່າ ປະທານາທິບໍດີສະຫະລັດ ໂດນັລທຣຳ ພ້ອມກັບ 35 ຄົນຕື່ມອີກທີ່ມີສ່ວນກ່ຽວຂ້ອງພົວພັນກັບການຂ້ານາຍພົນ Qassem Soleimani ໃນວັນທີ 3 ມັງກອນທີ່ຜ່ານມາ.

ໄອຍະການ Ali Alqasimehr ໃຫ້ຮູ້ວ່າ  ເຕເຮຣານ ໄດ້ຮຽກຮ້ອງໃຫ້ອົງການຈັດຕັ້ງຕຳຫຼວດສາກົນ(Interpol) ໃຫ້ການຊ່ວຍເຫຼືອເພື່ອປະຕິບັດຄຳສັ່ງດັ່ງກ່າວ.

ກ່ອນໜ້ານັ້ນ, ໃນຕົ້ນປີນີ້ ສະຫະລັດໄດ້ຕິດຕາມໄລ່ລ່າ ແລະ ສັງຫານນາຍພົນ Soleimani ຜູ້ບັນຊາການສູງສຸດຂອງກຳລັງ Quds ຊຶ່ງເປັນກອງກຳລັງຊານສະຫຼາດຂອງອີຣານ. ວໍຊິງຕັນກ່າວຫາວ່າ Soleimani ເປັນຜູ້ຢູ່ເບື້ອງຫຼັງຂອງການບຸກໂຈມຕີກຳລັງຂອງສະຫະລັດຢູ່ໃນຂົງເຂດພາກພື້ນ.

ໄອຍະການ Alqasimehr ໃຫ້ຮູ້ວ່າ ການອອກຄຳສັ່ງໄລ່ລ່າຄັ້ງນີ້ ມັນພົວພັນເຖິງໂທດຂ້າຄົນ ແລະ ພຶດຕິກຳກໍ່ການຮ້າຍ. ທ່ານໄດ້ຮຽກຮ້ອງໃຫ້ ຕຳຫຼວດສາກົນຈົ່ງໃຫ້ການຮ່ວມມື ເພື່ອດຳເນີນການຄຳສັ່ງໄລ່ລ່າ ທຣຳ ໄປທົ່ວໂລກ ພ້ອມກັບພວກທີ່ມີສ່ວນຮ່ວມໃນການຂ້ານາຍພົນ Soleimani.

ທ່ານໃຫ້ຮູ້ຕື່ມອີກວ່າ ທ່ານຈະສືບຕໍ່ຕິດຕາມ ແລະ ໄລ່ລ່າ ທຣຳ ນັບທັງທີ່ ທຣຳ ລາອອກຈາກທຳນຽບຂາວໄປແລ້ວກຳຕາມ.

ການຕາຍຂອງນາຍພົນ Soleimani ໄດ້ຊຸກໃຫ້ ອີຣານ ແລະ ສະຫະລັດ ໄປເຖິງເຫວເລິກຂອງສົງຄາມ. ເຕເຮຣານ ໄດ້ແກ້ແຄ້ນສະຫະລັດຄືນດ້ວຍການຖະຫຼົ່ມລູກສອນໄຟເຂົ້າໃສ່ທີ່ຕັ້ງຂອງກຳລັງສະຫະລັດຢູ່ໃນ ອີຣັກ.

ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ congan)

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ