ສະພາຮັບຮອງກົດໝາຍພາສີສະບັບປຸງໃໝ່

ໃນໂອກາດດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດຊຸດທີ VIII, ໃນວັນທີ 29 ມິຖຸນານີ້, ພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ຊຶ່ງ ສະມາຊິກສະພາແຫ່ງຊາດໄດ້ເປັນເອກະສັນຮັບຮອງ ເອົາຮ່າງກົດໝາຍພາສີສະບັບປັບປຸງໃໝ່. ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງີນ ຕາງໜ້າຄະນະລັດຖະບານ, ໄດ້ນຳຮ່າງກົດໝາຍດັ່ງກ່າວສະເຫນີຕໍ່ທີ່ປະຊຸມ ໂດຍໄດ້ຍົກເຫດຜົນຈຳເປັນ ພາວະວິໄສຂອງການປັບປຸງຮ່າງກົດໝາຍດັ່ງກ່າວ. ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະເຫນີຕໍ່ກອງປະຊຸມວ່າ: ສຳລັບ ໂຄງປະກອບ ແລະ ເນື້ອໃນຕົ້ນຕໍຂອງຮ່າງກົດໝາຍວ່າດ້ວຍພາສີ(ສະບັບປັບປຸງ) ປະກອບມີ 17 ພາກ, 28 ໝວດ, 180 ມາດຕາ, ທີ່ໄດ້ປັບປຸງມາຈາກ 17 ພາກ, 21 ໝວດ, 122 ມາດຕາ ຕາມກົດໝາຍສະບັບນໍາໃຊ້ໃນປັດຈຸບັນ.

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ຍັງໃຫ້ຮູ້ວ່າ: ກົດໝາຍວ່າດ້ວຍພາສີ ສະບັບທຳອິດ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ໃນປີ 1994 ແລະ ໄດ້ມີການປັບປຸງຕະຫລອດມາ, ພ້ອມດຽວກັນນັ້ນ ໃນປີ 2014 ກົດໝາຍໄດ້ຖືກຄົ້ນຄ້ວາປັບປຸງບາງມາດຕາ ແລະ ຖືກຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ 7 ແລະ ໄດ້ຖືກຈັດຕັ້ງປະຕິບັດມາເຖິງປັດຈຸບັນ, ຜ່ານການຈັດຕັ້ງປະຕິບັດກົດໝາຍສະບັບດັ່ງກ່າວ ເຫັນວ່າກົດໝາຍວ່າດ້ວຍພາສີ ເປັນເຄື່ອງມືທີ່ສຳຄັນໃນການຄຸ້ມຄອງວຽກງານພາສີ ແລະ ການເກັບລາຍຮັບງົບປະມານແຫ່ງລັດ, ເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານເພີ່ມຂື້ນຢ່າງຕໍ່ເນື່ອງ, ສາມາດຕອບສະໜອງດ້ານທຶນຮອນໃຫ້ແກ່ການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ.

ພ້ອມນີ້, ຍັງດຶງດູດການລົງທຶນ, ກະຕຸກຊຸກຍູ້ສົ່ງເສີມການຜະລິດ ແລະ ການດຳເນີນທຸລະກິດໃຫ້ມີປະສິດທິຜົນ ແລະ ສາມາດເຊື່່ອມໂຍງກັບພາກພືນ ແລະ ສາກົນໄດ້ດີສົມຄວນ, ຊຶ່ງເຫັົນໄດ້ຈາກສະພາບການຈັດເກັບລາຍຮັບຜ່ານມາມີຄວາມໝັ້ນຄົງ ແລະ ເພີ່ມຂື້ນ. ໃນປີ 2019 ລາຍຮັບພາສີ-ອາກອນ ກວມເອົາ 29,1% ຂອງລາຍຮັບພາຍໃນ ຫລື ປະມານ 4,4% ຂອງ GDP, ໃນນັ້ນ ພາສີຂາເຂົ້າ 16%, ອາກອນມູນຄ່າເພີ່ມຂອດຂາເຂົ້າ 31%, ອາກອນຊົມໃຊ້ຂາເຂົ້າ 45% ແລະ ອື່ນໆ 8% ຂອງລາຍຮັບພາສີ-ອາກອນ ທີ່ຂະແຫນງພາສີຮັບຜິດຊອບເກັບທັງໝົດ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ