ພິດໂຄວິດເຮັດໃຫ້ ບໍລິສັດໄນກີ້ (Nike) ຂາດທຶນເລັ່ງປົດພະນັກງານອອກ

ໃນວັນທີ 28 ມິຖຸນານີ້, ສຳນັກຂ່າວ ຣອຍເຕີ ລາຍງານວ່າ: ບໍລິສັດແບຣນກິລາຍັກໃຫຍ່ລະດັບໂລກດັ່ງ Nike ກຳລັງເລັ່ງປົດພະນັກງານຈຳນວນຫລາຍພັນຄົນ, ເນື່ອງຈາກຊ່ອງທາງການຂາຍຍ່ອຍແບບເກົ່າໆຄ່ອຍໆຫລຸດລົງ ເຊິ່ງເປັນຜົນກະທົບຈາກການລະບາດໃຫຍ່ຂອງພະຍາດໂຄວິດ-19 ເຮັດໃຫ້ຮ້ານຄ້າ ແລະ ຫ້າງຮ້ານສັບພະສິນຄ້າຕ້ອງປິດບໍລິການລົງຊົ່ວຄາວສົ່ງຜົນໃຫ້ລູກຄ້າສ່ວນຫລາຍຫັນມາເລືອກຊື້ສິນຄ້າຜ່ານທາງລະບົບອອນລາຍຫລາຍຂຶ້ນແທນ.

ໂດຍທາງປະທານບໍລິຫານຂອງ Nike ເຜີຍຕໍ່ນັກວິເຄາະວ່າ: ພວກເຂົາໄດ້ຕັດສິນໃຈຕັ້ງເປົ້າໝາຍໃຫ້ຍອດຂາຍຈາກຊ່ອງທາງອອນລາຍ ຫລື ດິຈີຕ໋ອນເປັນ 50% ຂອງທຸລະກິດໂດຍລວມ, ເຊິ່ງເພີ່ມຂຶ້ນຈາກ 30% ໃນໄຕມາດຜ່ານມາ.

ແນວໃດກໍຕາມ, ແຜນການປົດພະນັກງານເກີດຂຶ້ນຫລັງຈາກ Nike ພົບວ່າຜົນປະກອບການຂາດທຶນຫລາຍເຖິງ 790 ລ້ານໂດລາສະຫະລັດ ເຊິ່ງຖືເປັນການຂາດທຶນລາຍໄຕມາດເປັນຄັ້ງທຳອິດໃນຮອບ 2 ປີ, ຂະນະດຽວກັນທາງ Nike  ຍັງບໍ່ສາມາດໃຫ້ຄຳຕອບໄດ້ຢ່າງຊັດເຈນວ່າຈະດຳເນີນການປົດພະນັກງານພາກສ່ວນໃດອອກແດ່ ແລະ ຄາດວ່າການປົດພະນັກງານຈະເກີດຂຶ້ນໃນຊ່ວງທ້າຍເດືອນກໍລະກົດນີ້.

 

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ