KFC ໃນນະຄອນຫລວງ ມອສໂກ ສຸດລ້ຳສະໄໝພັດທະນາຫຸ່ນຍົນເປັນພະນັກງານເສີບອາຫານ

ໃນວັນທີ 28 ມິຖຸນານີ້, ແຫລ່ງຂ່າວຕ່າງປະເທດ abcnews ລາຍງານວ່າ: KFC ໃນນະຄອນຫລວງ ມອສໂກ ປະເທດ ຣັດເຊຍ ເຜີຍນະວັດຕະກຳສຸດລ້ຳສະໄໝຕາມແນວຄິດ “ຮ້ານແຫ່ງອະນາຄົດ” ໂດຍການໃຊ້ຫຸ່ນຍົນແທນພະນັກງານເສີບອາຫານພາຍໃນຮ້ານ.

ໂຄສົກທາງຮ້ານລະບຸວ່າ: ພວກເຂົາໄດ້ຄິດຄົ້ນ ແລະ ພດທະນາຫຸ່ນຍົນເສີບອາຫານມາກ່ອນໜ້າທີ່ຈະມີການລະບາດໃຫຍ່ຂອງພະຍາດໂຄວິດ-19 ເພື່ອໃຫ້ສອດຄ່ອງກັບການເຕີບໃຫຍ່ຂອງໂລກໃນອະນາຄົດທີ່ພັດທະນາໄປເລື້ອຍໆຢ່າງບໍ່ຢຸດຢັ້ງ ແລະ ທີ່ສຳຄັນກໍເພື່ອສຸຂະອະນາໄມທີ່ດີກວ່າເກົ່າ.

ຫຸ່ນຍົນດັ່ງກ່າວ, ຈະມາຮັບອາຫານຈາກພະນັກງານທັນທີ ຫລັງຈາກທີ່ລູກຄ້າປ້ອນຄຳສັ່ງຊື້ ແລະ ໃສ່ລະຫັດບາໂຄດການສັ່ງຊື້ຂອງຕົນເອງຜ່ານຈໍຕູ້ສັ່ງລາຍການອາຫານອັດຕະໂນມັດ, ເຊິ່ງຖືເປັນເຕັກໂນໂລຊີທີ່ລ້ຳສະໄໝ ແລະ ຕອບໂຈດໃນການຊ່ວຍຫລຸດການສຳພັດກັນຢ່າງໃຫ້ຊິດໄດ້ເປັນຢ່າງດີໃນຊ່ວງທີ່ມີການລະບາດພະຍາດໂຄວິດ-19 ໃນຂະນະນີ້.

 

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ