ຜູ້ນຳເຢຍລະມັນເຕືອນການລະບາດໂຄວິດ-19 ຍັງບໍ່ຈົບ

ທ່ານ ນາງ ອັງເກລາ ແມຣ໌ເຄິລ ນາຍົກລັດຖະມົນຕີເຢຍລະມັນ ກ່າວເຕືອນ ໃນວັນທີ 27 ມິຖຸນານີ້ວ່າ: ການລະບາດຂອງພະຍາດໂຄວິດ-19 ໃນເຢຍລະມັນນັ້ນຍັງອີກຍາວນານກວ່າຈະຢຸດຕິລົງ ແລະ ການພົບຜູ້ຕິດເຊື້ອເພີ່ມຂຶ້ນເຮັດໃຫ້ກັງວົນວ່າການລະບາດຮອບ 2 ຈະຕິດຕາມມາ.

ດັ່ງນັ້ນ, ຈຶ່ງຂໍໃຫ້ປະຊາຊົນທຸກຄົນສຳນຶກໃນຄວາມຮັບຜິດຊອບຮ່ວມກັນໃນການປະຕິບັດຕາມຂໍ້ຫ້າມທີ່ກຳນົດໄວ້ ໂດຍສະເພາະແມ່ນການເວັ້ນໄລຍະຫ່າງທາງສັງຄົມຢ່າງເຄັ່ງຄັດ ລວມທັງເຂັ້ມງວດໃນການຮັກສາສຸຂະອະນາໄມຢ່າງເຕັມທີ່ໃນຊ່ວງທີ່ມີການຜ່ອນຜັນມາດຕະການລ໊ອກດາວ ແລະ ຢ້ຳວ່າການເຮັດໃຫ້ເສດຖະກິດຂອງເຢຍລະມັນກັບມາດີດັ່ງເດີມນັ້ນ ເປັນສິ່ງທີ່ສຳຄັນອັນດັບທຳອິດທີ່ຕົນເອງຈະຕ້ອງເຮັດໃຫ້ສຳເລັດໃນຖານະທີ່ເຢຍລະມັນຈະເປັນປະເທດສະຫະພາບເອີຣົບໃນອາທິດໜ້ານີ້ອີກດ້ວຍ.

 

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ