ການເງິນອາເມລິກາພາດ ຈ່າຍແຊັກຊ່ວຍໂຄວິດ ໃຫ້ຄົນອາເມລິກາເສຍຊີວິດໄປແລ້ວ

ອາເມລິກາພາດຈ່າຍແຊັກຊ່ວຍເຫລືອໂຄວິດເກືອບ 1.400 ລ້ານໂດລາ ໃຫ້ຄົນອາເມລິກາທີ່ເສຍຊີວິດແລ້ວ.
ສຳນັກງານກວດສອບແຫ່ງລັດອາເມລິກາ ເປີດເຜີຍວ່າ: ລັດຖະບານອາເມລິກາໄດ້ສົ່ງເຊັກຊ່ວຍເຫລືອຜູ້ໄດ້ຮັບຜົນກະທົບຈາກໂຄວິດໄປໃຫ້ລາຍຊື່ຂອງຊາວອາເມລິກາທີ່ເສຍຊີວິດແລ້ວ ເປັນມູນຄ່າຄວາມເສຍຫາຍເກືອບ 1.400 ລ້ານໂດລາສະຫະລັດ.
ຄວາມຜິດພາດຄັ້ງນີ້ເປັນສ່ວນໜຶ່ງຂອງໂຄງການຊ່ວຍເຫລືອຜູ້ໄດ້ຮັບຜົນກະທົບຈາກໂຄວິດ ເຊິ່ງສະພາຄອງເກຣດຜ່ານງົບປະມານຈຳນວນ 2 ຕື້ໂດລາ ໃນເດືອນມີນາຜ່ານມາ, ແຕ່ຈາກຄວາມຮີບຮ້ອນໃນການຈັດສັນເງິນຊ່ວຍເຫລືອໂດຍບໍ່ໄດ້ກວດສອບ ສົ່ງຜົນໃຫ້ງົບປະມານສ່ວນໜຶ່ງປະມານ 269.000 ລ້ານໂດລາ ເຊິ່ງເປັນການມອບແຊັກເງິນສົດມູນຄ່າໃບລະ 1.200 ໂດລາ ເພື່ອຊ່ວຍເຫລືອຊາວອາເມລິກາຈາກໂຄວິດ ຖືກສົ່ງໄປໃຫ້ຊື່ຂອງຄົນອາເມລິກາທີ່ເສຍຊີວິດແລ້ວຄິດເປັນແຊັກຈຳນວນ 1,1 ລ້ານໃບ ຈາກແຊັກທັງໝົດປະມານ 160 ລ້ານໃບ.
ສ່ວນສຳນັກພາສີ-ອາກອນອາເມລິກາໄດ້ອອກຄຳເຕືອນວ່າ: ຖ້າພົບຜູ້ໃດເອົາແຊັກຂອງຜູ້ເສຍຊີວິດແລ້ວໄປຂຶ້ນເງິນລະວັງມີຄວາມຜິດ ແລະ ຈະຕ້ອງຄືນເງິນຈຳນວນດັ່ງກ່າວແກ່ລັດຖະບານ. ເຖິງຢ່າງໃດກໍດີ, ທາງໜ່ວຍງານກວດສອບດ້ານການເງິນຂອງອາເມລິກາຍັງໄດ້ຕຳໜິການເຮັດວຽກຂອງການເງິນອາເມລິກາວ່າຄວນແບ່ງປັນ ແລະ ອັບເດດຂໍ້ມູນຜູ້ເສຍພາສີຊາວອາເມລິກາໃຫ້ຈະແຈ້ງກ່ອນ ເພື່ອປ້ອງກັນຄວາມຜິດພາດທີ່ຈະເກີດຂຶ້ນອີກໃນອະນາຄົດ.

