ດັບຊີວິດໝົດຄອບຄົວ ຊ່ວຍເອົາເດັກດຶກນໍ້າ

ພໍ່ປູ່ ແລະ ແມ່ຂອງເດັກ ໄດ້ລົງຊ່ວຍເອົາລູກຂອງຕົນ ອາຍຸ 8 ປີ ທີ່ກຳລັງດຶກນໍ້າໃນສະລອຍນໍ້າ ແຕ່ທັງ 3 ຄົນລອຍນໍ້າບໍ່ເປັນ ຈິ່ງພ້ອມກັນດັບຊີບໃນສະລອຍນໍ້າຢູ່ທີ່ New Jersey ສະຫະລັດອາເມລິກາ.

ວັນທີ 22 ມີຖຸນານີ້, ເດັກຍິງ ອາຍຸ 8 ປີ, ລົງຫຼີ້ນນໍ້າໃນສະລອຍ ແຕ່ໂຊກບໍ່ດີເດັກໄດ້ຕົກລົງບ່ອນທີ່ມີນໍ້າເລິກທີ່ສຸດໃນສະປະມານ 2ມ.

ພໍ່ເຖົ້າ Bharat Patel ຊຶ່ງເປັນປູ່ຂອງເດັກ ອາຍຸ 62 ປີ ໄດ້ໂດດລົງໄປໃນສະເພື່ອຫວັງຊ່ວຍເອົາຫຼານ ແຕ່ພໍ່ເຖົ້າລອຍນໍ້າບໍ່ເປັນ ແລະ ນາງ Nisha Patel ຜູ້ເປັນແມ່ ອາຍຸ 33 ປີ ເຫັນພາບການບໍ່ດີ ກໍໂດດລົງໄປເພື່ອຈະຊ່ວຍເອົາລູກສາວ ແລະ ພໍ່ປູ່ ແຕ່ກໍລອຍນໍ້າບໍ່ເປັນ ທັງ 3 ຄົນຈຶ່ງເສຍຊີວິດຢູ່ໃນສະລອຍນໍ້າພາບດຽວກັນທັງຄອບຄົວ.

ເບື້ອງຕົ້ນເຈົ້າໜ້າທີ່ສົງໄສວ່າ ອາດຈະແມ່ນໄຟຟ້າຊັອດ ແຕ່ໃນທີ່ສຸດກໍບໍ່ແມ່ນໄຟຟ້າຊັອດແຕ່ຢ່າງໃດ.

ຂ່າວ: ລູກເມືອງພວນ

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ