ເປັນທີ່ຮືຮາກ່ຽວກັບຄີມທາຜິວທີ່ເປັນໜ້າຢ້ານຂອງໄທ

ອີງຕາມແຫຼ່ງຂ່າວຈາກ Oddity Central(ອັງກິດ) ໃຫ້ຮູ້ວ່າ: ສື່ສັງຄົມອອນລາຍຂອງໄທໄດ້ສ້າງກະແສຮືຮາກ່ຽວກັບຄີມທາຜິວທີ່ມີຊື່ວ່າ  “Milk Lotion Whitening Skin”. ກ່ອນ ແລະ ຫຼັງນຳໃຊ້ເຄື່ອງສຳອາງຊະນິດດັ່ງກ່າວ ໄດ້ສ້າງກະແສຮືຮາຢ່າງກວ້າງຂວາງໃນວົງການສື່ສັງຄົມອອນລາຍ, ຫາກບໍ່ແມ່ນຍ້ອນມັນມີປະສິດທິພາບທີ່ດີໃຫ້ແກ່ຜູ້ຊົມໃຊ້ແລະ ເຫັນຜົນທັນທີຂອງມັນ ແຕ່ຫາກມີຜິວຂາວຜິດປົກກະຕິຈົນເປັນໜ້າຢ້ານ, ເຮັດໃຫ້ຜິວຂອງຜູ້ທີ່ນຳໃຊ້ຄິມດັ່ງກ່າວປ່ຽນຈາກສີເຫຼືອງເຂັ້ມມາເປັນສີຂາວທີ່ຜິດປົກກະຕິ ແລະ ເປັນໜ້າຢ້ານກົວ.

ຫາງສຽງສັງຄົມລ້ວນແຕ່ໃຫ້ການໄປໃນທິດທາງດຽວກັນວ່າ: ພາຍຫຼັງໃຊ້ຄີມດັ່ງກ່າວທາຜິວແລ້ວ, ຜິວຂອງຄົນເຮົາຈະປ່ຽນໄປເປັນສີທີ່ຈືດຈາງຄ້າຍກັບຜິວຂອງຄົນຕາຍ ແລະ ຂາວຜິດປົກກະຕິຈົນເຫັນເສັ້ນເລືອດແຕ່ລະເສັ້ນ ຢ່າງຈະແຈ້ງ.

ຈາກກໍລະນີດັ່ງກ່າວນີ້, ຈຶ່ງຮຽກຮ້ອງໃຫ້ທຸກຄົນຈົ່ງມີສະຕິລະວັງຕົວ ແລະ ມີຄວາມລະມັດລະວັງໃນການໃຊ້ເຄື່ອງສຳອາງ ໂດຍສະເພາະແມ່ນເອື້ອຍນ້ອງເພດຍິງ ທີ່ມັກໃຊ້ເຄື່ອງສຳອາງແຕ້ມແຕ່ງແປງກາຍ. ຖ້າບໍ່ດັ່ງນັ້ນກໍຈະໄດ້ຮັບຜົນຕອບແທນທີ່ບໍ່ປາຖະໜາກໍເປັນໄດ້. ເຮົາຕ້ອງເຂົ້າໃຈວ່າເຄື່ອງສຳອາງຊະນິດຕ່າງໆລ້ວນແຕ່ແມ່ນເຄມີທັງນັ້ນ ຊຶ່ງພວກເຮົາບໍ່ຮູ້ວ່າຈະໄດ້ຮັບຜົນກະທົບແນວໃດ.

ຂ່າ: ລູກເມືອງພວນ(ແຫຼ່ງຂ່າວ baotintuc)

 

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ