ພັນທະມິດທີ່ຊຳຄັນຂອງສະຫະລັດ ຢູ່ນາໂຕໃຊ້ສະກູນເງິນຢວນຈີນ ເພື່ອຊຳລະສະສາງ

ໂດຍອີງຕາມການຕົກລົງກັນລະຫວ່າງ ຕູລະກີ ກັບ ຈີນ ວ່າ: ທຸກສິນຄ້າທີ່ນຳເຂົ້າຈາກ ຈີນ ອາດຈະຊຳລະສະສາງກັນດ້ວຍເງິນຢວນ(ສະກຸນເງິນຈີນ). ນີ້ຄືຄັ້ງທຳອິດທີ່ທະນາຄານກາງຂອງ ຕຸລະກີ ອະນຸຍາດໃຫ້ຈັດຕັ້ງປະຕິບັດໄດ້ຕາມການຕົກລົງຂອງສອງຝ່າຍ. ການທີ່ເຮັດແບບນັ້ນ ແມ່ນເພື່ອແນໃສ່ເສີມຂະຫຍາຍຄວາມຊຳພັນຮ່ວມມືລະຫວ່າງຈີນ ແລະ ຕຸລະກີ, ໂດຍສະເພາະແມ່ນໄລຍະທີ່ບໍ່ມີຄວາມທຸ່ນທ່ຽງທາງດ້ານການເງິນໃນຂະນະນີ້.
Turk Telecom ໜຶ່ງໃນບໍລິສັດໂທລະຄົມມະນາຄົມທີ່ໃຫ່ຍທີ່ສຸດຂອງ ຕູລະກີ ກໍໄດ້ປະກາດວ່າ ຈະນຳໃຊ້ສະກຸນເງິນຢວນ ເຂົ້າໃນການຊຳລະສະສາງ ການນຳເຂົ້າຈາກຈີນ.
ທ່ານ Liu Xuezhiຜູ້ຊ່ຽວຊານລະດັບສູງປະຈຳຢູ່ທະນາຄານ Bank of Communications (ຈີນ) ກ່າວວ່າ: “ຖ້າຫາກບໍ່ມີການຕົກລົງໃໝ່ແບບນີ້, ລັດຖະບານຕຸລະກີ ແລະ ບັນດາບໍລິສັດຂອງປະເທດນີ້ ກໍຈະໄດ້ຊຳລະສະສາງໃຫ້ຝາ່ຍຈີນດ້ວຍເງິນໂດລາສະຫະລັດ, ແຕ່ເງິນໂດລາໃນຂະນະນີ້ມີການຜັນຜວນຢູ່ເລື້ອຍໆ ສະນັ້ນ ເລືອກເສັ້ນທາງຊຳລະດ້ວຍເງິນຢວນ ຈະຊ່ວຍໃຫ້ຫຼຸດຜ່ອນຄວາມສ່ຽງໃນຄ່າໃຊ້ຈ່າຍໃຫ້ຕຸລະກີ”.
ການຫັນມາຊຳລະສະສາງດ້ວຍເງິນຢວນຂອງຈີນປ່ຽນແທນ ໂດລາສະຫະລັດ ໄດ້ເຮັດໃຫ້ຄວາມຮ່ວມມືນັບມື້ແໜ້ນແຟ້ນລະຫວ່າງ ຈີນແລະຕຸລະກີ ຊຶ່ງເປັນພັນທະມິດທີ່ຊຳຄັນຂອງສະຫະລັດໃນນາໂຕ.
ຂ່າວ: ລູກເມືອງພວນ

