ຕຶກນອນຂວາງທີ່ສູງທີ່ສຸດໃນໂລກ

ບໍ່ສະເພາະແຕ່ເປັນຕຶກທີ່ມີຄວາມສູງເທົ່ານັ້ນ, ແຕ່ຫາກຍັງເປັນຕຶກນອນຂວາງເຕັງເອົາ 4 ຕຶກສູງ 250ມ ອີກດ້ວຍ, ຊຶ່ງເປັນຕຶກນອນຂວາງທີ່ສູງທີ່ສຸດໃນໂລກ ຢູທີ່ ສົງຊິ່ງ ປະເທດຈີນ. ຕຶກອາຄານດັ່ງກ່າວມີທັງສວນສາທາລະນຢູ່ພາຍໃນ ແລະ ຫໍຄອຍຊົມທິວທັດຢູ່ເບື້ອງລຸ່ມ.

ຕຶກທີ່ວ່ານີ້ມີຊື່ວ່າ TheCrystal ຖືກຈັດພິທີວາງສືລາລຶກທ້າຍເດືອນພຶດສະພາທີ່ຜ່ານມາ ຊຶ່ງຕຶກດັ່ງກ່າວນອນຢູ່ໃນລະບົບດຽວກັນຂອງ Raffles City Chongqing ໃນນະຄອນ ສົງຊິ່ງ ປະເທດຈີນ.

ໃນລະບົບຂອງ Raffles City Chongqing ນີ້, ມີຕຶກສູງ 8 ຫຼັງ, ໃນນັ້ນ 6 ຫຼັງມີຄວາມສູງ 250ມ ແລະ ອີກສອງຕຶກສູງ 350ມ ຊຶ່ງລວມມີທັງທີ່ພັກອາໄສ, ຄອນໂດລະດັບສູງ, ຫ້ອງການ, ຫ້ອງແຖວໃຫ້ເຊົ່າ ແລະ ໂຮງແຮມ.

ຕຶກ The Crystal ທີ່ວ່ານີ້ເປັນຮູບກົ້ນຫອຍ ມີຄວາມຍາວ 300ມ ນອນທັບເອົາ 4 ຕຶກທີ່ມີຄວາມສູງ 250ມ ແລະ ມີຂົວຕໍ່ໄປໃສ່ຕຶກສອງຫຼັງອີກທີ່ສູງກວ່າ.

ພີເສດ, ຕຶກດັ່ງກ່າວ ມີໂຄງສ້າງເຮັດດ້ວຍໂລຫະ ແລະ ແກ້ວທັງໝົດ, ມີນໍ້າໜັກ 12.000 ໂຕນ, ມີແຜ່ນແກ້ວອ້ອມຮອບ 3.000 ແຜ່ນ ແລະ ເກືອບ 5.000 ແຜ່ນ ອາລູມີນຽມ, ມີຄວາມກວ້າງ 1.500ມ.

ຂ່າວ: ລູເມືອງພວນ (ແຫຼ່ງຂ່າວ baomoi)

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ