ເລື່ອງໄຟຟ້າບັນຫາຄາໃຈຕ້ອງໄດ້ແກ້ໄຂ

ໂດຍ: ທິດກໍ່າ
ຂ່າວຮ້ອນ, ຂ່າວສົດ, ຂ່າວດ່ວນ ກ່ຽວກັບການສັ່ງປົດຕຳແໜ່ງຜູ້ອຳນວຍການ ລັດວິສາຫະກິດ ໄຟຟ້າລາວ ຜູ້ເກົ່າແບບສາຍຟ້າແມບ ໃນມື້ວັນທີ 12 ມິຖຸນາ 2020 ໄດ້ເປັນກະແສທີ່ໂດ່ງດັງໄປທົ່ວສັງຄົມລາວ ແລະ ອາດເວົ້າໄດ້ວ່າແຜ່ລາມໄປທົ່ວໂລກ. ອັນສາເຫດກໍຍ້ອນວ່າເວົ້າເລື່ອງໄຟຟ້າມັນເປັນສາຍໄຍຊຳເຮື້ອກ່ຽວພັນພວງພະນັງປານເຄືອຢານາງມາແຕ່ດົນນານແລ້ວ. ອັນໂຕທີ່ມັນສັບສົນມາຍາວນານນັ້ນ ກໍຄືການລົງທຶນຂອງລັດກ່ຽວກັບການບໍລິການສະໜອງໄຟຟ້າມີແຕ່ລຸບກັບລຸບ ທັງບໍ່ມີຜົນພໍໃຫ້ປະຊາຊົນພໍໄດ້ເພິ່ງຢ່າງພາກພູມໃຈ. ບັນຫາໜັກໜ່ວງກວ່າໝູ່ກໍແມ່ນຄ່າກະແສໄຟຟ້າມີແຕ່ຂຶ້ນຍົງໆບໍ່ລົງຈັກເທື່ອ, ຍິ່ງໄປກວ່ານັ້ນ ໃນແຕ່ລະປີ ລັດໄດ້ຂົມຂຸມຢ່າງມະຫາສານ, ແຕ່ກົງກັນຂ້າມ ການຂະຫຍາຍເຂື່ອນໄຟຟ້າຢູ່ບ້ານເຮົາພັດດຳເນີນໄປຕິກໆ, ມາຮອດປັດຈຸບັນ ເຂື່ອນນ້ອຍໃຫຍ່ ແລະ ພວມລົງມືກໍ່ສ້າງແມ່ນເປັນຮ້ອຍໆກວ່າແຫ່ງແລ້ວ. ໃນສອງປີຫລັງ ການໄຟຟ້ານະຄອນຫລວງກໍມີຂ່າວຮືຮາກັນວ່າ: ມີໜີ້ສິນຄ່າໄຟສາທາລະນະເຖິງຫລາຍຮ້ອຍຕື້ກີບຈົນວ່າຕ້ອງການໃຫ້ພະນັກງານ, ປະຊາຊົນ ແລະ ສັງຄົມມີສ່ວນຮ່ວມຊ່ວຍກັນຖົມຂຸມ. ແຕ່ພໍມີແຫລ່ງຂ່າວຫລຸດອອກມາໃນສື່ສັງຄົມ ໃຜກໍພາກັນຮືຮາຕ້ານ ແລະ ບໍ່ເຫັນດີນຳ ຈົນຮອດມື້ນີ້ການແກ້ໄຂບັນຫາຫຍຸ້ງເຫຍີງນັ້ນ ເບິ່ງຄືສີມິດໆໄປດົນເຕີບແລ້ວ.
ໄປຄຽງຄູ່ກັບການສັ່ງປົດຕຳແໜ່ງຜູ້ອຳນວຍການຜູ້ເກົ່າ ແລ້ວກໍຮີບແຕ່ງຕັ້ງຜູ້ໃໝ່ຂຶ້ນແທນ ເພື່ອບໍ່ໃຫ້ທຸລະກິດຂອງລັດມີບັນຫາຊັກຊ້າແກ່ຍາວ, ແຕ່ໝາກຜົນທີ່ອອກມາຂອງອຳນວຍການຜູ້ໃໝ່ຈະເປັນລົບ ຫລື ເປັນບວກ ພວກເຮົາຕ້ອງໄດ້ພ້ອມກັນເຝົ້າລໍຄອຍຕໍ່ໄປ. ອີກປະການໜຶ່ງ ການປ່ຽນແປງຜູ້ອຳນວຍການ ລັດວິສາຫະກິດໄຟຟ້າລາວລະຫວ່າງຜູ້ເກົ່າກັບຜູ້ໃໝ່ນັ້ນ, ສິ່ງທີ່ໜ້າສົນໃຈຂອງສັງຄົມ ແລະ ຄົນທັງຫລາຍແທນທີ່ຈະແມ່ນທາງກະຊວງພະລັງງານ ແລະ ບໍ່ແຮ່ເປັນຜູ້ແຕ່ງຕັ້ງຕາມພາລະບົດບາດການບໍລິຫານຄຸ້ມຄອງ, ແຕ່ພັດແມ່ນທາງກະຊວງການເງິນເປັນຜູ້ຈັດການແຕ່ງຕັ້ງຂຶ້ນ ເບິ່ງຢ່າງໜຶ່ງຄືເຮັດໃສ່ກັນ ແລະ ສວນທາງກັນປານລົດເມແຊງຄິວ. ແຕ່ເມື່ອຖືກເຈຍລະໄນວິເຄາະເຖິງບັນຫາຢ່າງເລິກເຊິ່ງແລ້ວ ແມ່ນອີງຕາມກົດໝາຍຂອງບ້ານເຮົາວ່າ: ທຸລະກິດອັນໃດທີ່ເປັນຂອງລັດລົງທຶນນັ້ນ ທາງກະຊວງການເງິນມີສິດແຕ່ງຕັ້ງ ເພາະມັນພົວພັນເຖິງການຄຸ້ມຄອງເງິນ ແລະ ວັດຖຸຊັບສິນທີ່ລັດລົງທຶນ. ເມື່ອເປັນດັ່ງວ່ານີ້ ກໍສະແດງວ່າມັນກໍຈົບເລື່ອງໄປແບບສິນໄຊເອົາໄມ້ຄ້ອນຕະບອງເພັດກົກຊີ້ຕາຍປາຍຊີ້ເປັນຕາມນິຍາຍໃນທ່ອງເລື່ອງເຂົາວ່າ.
ໃນຄວາມເປັນຈິງແລ້ວ, ປະຫວັດສາດຜ່ານມາ ເວົ້າເລື່ອງການລົງທຶນຂອງລັດມັນກໍບໍ່ສະເພາະແຕ່ເລື່ອງໄຟຟ້າແຕ່ຢ່າງດຽວ ມັນຍັງມີນ້ຳປະປາ, ນ້ຳມັນເຊື້ອໄຟ, ການບິນລາວ ຫລື ໃນຂົງເຂດການໂທລະຄົມ, ມະນາຄົມ ແລະ ການສື່ສານ ແລະ ຍັງມີຂະແໜງການອື່ນໆ. ແຕ່ໂດຍລວມແລ້ວ ໃນຂົງເຂດລັດລົງທຶນສ່ວນຫລາຍແມ່ນມີແຕ່ລຸບທຶນ ຫລື ມັນສ້ວຍຄືຫາງຂີ້ໂກະ. ເປັນຫຍັງຈຶ່ງວ່າແນວນັ້ນ ແລະ ຕົ້ນເຫດມາຈາກໃສ ? ທຸກສິ່ງຢ່າງແມ່ນມາຈາກຄວາມຮັບຜິດຊອບ, ປະສິດທິຜົນໃນການທຳງານຂອງບຸກຄະລາກອນມັນບໍ່ມີຄຸນນະພາບ.
ຍິ່ງໄປກວ່ານັ້ນ, ຢູ່ພາຍໃນມີການສໍ້ລາດບັງຫລວງປຽບເໝືອນຄືປວກເຈາະໄມ້ຄືມອດເຈາະເຮືອນ ຈຶ່ງເຮັດໃຫ້ການລົງທຶນຂອງລັດນັບມື້ກຸດຫ້ຽນໝົດຕົນໝົດໂຕໄປເລື້ອຍໆ, ມີບາງຂະແໜງການໃນຍຸກຜ່ານມາຫລາຍຄົນຖືກວິໄນ ແລະ ເຖິງຂັ້ນຈັບກຸມກັນໃສ່ຄຸກມາແລ້ວຫລາຍຄົນ. ຄວາມຈິງແລ້ວ ໃນປະຫວັດສາດຜ່ານມາ ເວົ້າເລື່ອງທຸລະກິດຂອງລັດບໍ່ທັນເປັນແບບຢ່າງນຳໜ້າໃຫ້ທຸລະກິດເອກະຊົນຕາມແນວທາງຂອງພັກ ແລະ ລັດຖະບານໄດ້ວາງໄວ້ ຫລືວ່າ ຖ້າເປັນແວ່ນແຍງກໍແມ່ນແວ່ນແຕກ ຍ້ອນຜູ້ເປັນໃຫຍ່ກໍເອົາສົມໃຫຍ່, ຜູ້ກາງກໍເອົາສົມກາງ, ຜູ້ນ້ອຍເອົາສົມນ້ອຍໂກງກັນກິນແຕ່ເທິງລົງລຸ່ມ, ແຕ່ລຸ່ມຂຶ້ນເທິງ. ຂັ້ນລຸ່ມກິນນຳເຕີຜີປອບ, ຂັ້ນກາງກິນນຳຕົວເລກໄຟຟ້າບໍ່ທ່ຽງຕົງ, ຂັ້ນນຳບໍລິສັດພັດກິນນຳໂຄງການ, ມູນຄ່າຕົວເລກທຸລະກິດ, ປ່ຽນກັນກິນ, ປ່ຽນກັນເອົາຍຸກເຈົ້າຍຸກຂ້ອຍ, ສຸດທ້າຍມາ ການລົງທຶນຂອງລັດປານຖອກນ້ຳໃສ່ຫົວເປັດ ເພາະເງິນມັນໄຫລໄປຢູ່ນຳບຸກຄົນເປັນສ່ວນຫລາຍ ເຂົ້າລັດເປັນສ່ວນໜ້ອຍ. ທັງເງິນທັງວັດຖຸແບ່ງປັນກັນເອົາ ເບິ່ງຢ່າງໜຶ່ງຄືວ່າເປັນນະໂຍບາຍຕໍ່ກັນ ເພາະເຮົາທຸກຄົນ ໃຜກໍຍັງຢູ່ໃນເງື່ອນໄຂທຸກຍາກ ຍາມມີໂອກາດມາເຖິງກໍບິແບ່ງໃຫ້ກັນຕາມຖານະຕຳແໜ່ງ. ເວົ້າເຖິງການບໍ ລິຫານຄຸ້ມຄອງກໍບໍ່ເດັດຂາດ ຍ້ອນໄກ່ເຫັນຕີນງູ, ງູກໍເຫັນຕີນໄກ່ ສຸດທ້າຍມາກໍພາກັນລ້ຳລວຍລວາດແຂ້ວ ເຕົ່າຍ້ອນມີເສັ້ນມີສາຍ, ຄົນເພິ່ນຄົນໂຕປານຫາງວ່າວ.
ກ່ຽວກັບນະໂຍບາຍຄ່າຫລຸດກະແສໄຟຟ້າ ລັດຖະບານເພິ່ນໄດ້ມີທິດທາງຈົນກ້າວມາເຖິງມີມະຕິ ແລະ ມີຄຳສັ່ງມາຫລາຍປີແລ້ວ, ອາດເວົ້າໄດ້ວ່ານັບແຕ່ປີ 2018 ແລະ ກ່ອນກອງປະຊຸມສະໄໝສາມັນສະພາແຫ່ງຊາດເທື່ອທີ 7 ຂອງລັດຖະບານຊຸດທີ 8 ຈົນມາຮອດໄລຍະນີ້ມັນຍັງບໍ່ໄປບໍ່ມາ, ສຸດທ້າຍພັດມາກະທົບໃສ່ໂຄວິດ-19 ກໍຍັງສືບຕໍ່ແກ່ຍາວມາຫລາຍເດືອນຈຶ່ງມີຜົນການຄິດໄລ່ອອກມາ ແທນທີ່ຈະເປັນການຫລຸດ ແຕ່ເມື່ອມາສະເລ່ຍບວກລົບຄູນຫານລະຫວ່າງຜູ້ລົງ, ຜູ້ຂຶ້ນກໍເປັນອັນວ່າຍັງເໝືອນເດີມ ຫລືວ່າ ຂ້ອນຂ້າງລື່ນເກົ່າອີກຕື່ມ.
ເຖິງຢ່າງໃດກໍດີ, ຕໍ່ສະພາບການທີ່ປະເທດຊາດໄດ້ຖືກຜົນກະທົບຈາກໄພພິບັດຫລາຍຢ່າງ ແລະ ໃນຖານະມີການປ່ຽນຜູ້ອຳນວຍການລັດວິສາຫະກິດຄົນໃໝ່ ຄວາມຫວັງຂອງປະຊາຊົນລາວທົ່ວທັງປະເທດກໍຢາກເຫັນຜົນຂອງການແກ້ໄຂຄ່າກະແສໄຟຟ້າ, ນະໂຍບາຍເລື່ອງໄຟຟ້າທີ່ຍັງຄາໃຈຂອງທຸກຄົນ. ຂໍໃຫ້ຂັ້ນເທິງ ແລະ ຜູ້ອຳນວຍການລັດວິສາຫະກິດໄຟຟ້າລາວຄົນໃໝ່ເປັນທີ່ເພິ່ງຂອງປະຊາຊົນຢ່າງແທ້ຈິງ.

