ອົງການສະຫະປະຊາຊາດປ່ອນບັດເລືອກຕັ້ງສະມາຊິກສະພາຄວາມໝັ້ນຄົງບໍ່ປະຈຳການໃໝ່ 5 ຄົນ

ກອງປະຊຸມປ່ອນບັດເລືອກຕັ້ງຄັ້ງທຳອິດເປີດຂຶ້ນພາຍຫຼັງ 3 ເດືອນ ຫ້ອງການອົງການສະຫະປະຊາຊາດປິດປະຕູ ຍ້ອນພະຍາດໂຄວິດ-19. ອິນເດຍ, ແມັກຊິກໂກ, ນໍເວ, ໄອແລນ ໄດ້ຖືກຄັດເລືອກໃຫ້ເປັນສະມາຊະກສະພາຄວາມໝັ້ນຄົງບໍ່ປະຈຳການຂອງອົງການສະຫະປະຊາຊາດສະໄໝ 2021-2022.

ຂ່າວຈາກກະຊວງການຕ່າງປະເທດຫວຽດນາມໃຫ້ຮູ້ວ່າ ວັນທີ 17 ມີຖຸນານີ້, ສະພາແຫ່ງສະຫະປະຊາຊາດ ໄດ້ດຳເນີນການປ່ອນບັດຄັດເລືອກເອົາສະມາຊິກໃໝ່ 5 ຄົນເຂົ້າເປັນສະມາຊິກຂອງສະພາຄວາມໝັ້ນຄົງບໍ່ປະຈຳການຂອງສະຫະປະຊາຊາດ ສະໄໝ 2021-2022 ແລະ ເລືອກຕັ້ງເອົາສະມາຊິກສະພາເສດຖະກິດ-ສັງຄົມຂອງສະຫະປະຊາຊາດ 18 ທ່ານ ແລະ ເລືອກປະທານສະໄໝທີ່ 75 ຂອງສະພາແຫ່ງສະຫະປະຊາຊາດ.

ຜົນຂອງການເລືອກຕັ້ງໄດ້ແກ່ ອິນເດຍ, ແມັກຊິກໂກ, ນໍເວ, ໄອແລນ ໃນຮອບທຳອິດ ຊຶ່ງຈະໄດ້ເຂົ້າເປັນສະມາຊິກສະພາຄວາມໝັ້ນຄົງບໍ່ປະຈຳການຂອງອົງການສະຫະປະຊາຊາດສະໄໝ 2021-2022, ໃນນັ້ນ ແມັກຊິກໂກ ໄດ້ຄະແນນສຽງສູງສຸດ 187/192 ສຽງ.

ສ່ວນສະເພາະຂອງແອຟຣິກການັ້ນ, ສະພາສະຫະປະຊາຊາດຈະດຳເນີນການປ່ອນບັດໃນຮອບທີສອງ ເພາະຜູ້ສະໝັກທັງສອງຄົນທີ່ມາຈາກ Djibouti ແລະ Kenya ຄະແນນບໍ່ເຖິງ, ມີພຽງແຕ່ 128 ຄະແນນເທົ່ານັ້ນ.

ສະພາເສດຖະກິດ-ສັງຄົມຂອງສະຫະປະຊາຊາດສະໄໝ 2021-2023 ມີສະມາຊິກໃໝ່ຈາກ: Solomon Islands, Indonesia, , Nigeria, Liberia, Madagascar, Libya, Zimbabwe, Bulgaria, Argentina, Guatemala, Mexico, Bolivia, Portugal, French, Áutria, Germany, England.ອມດຽວກັນນັ້ນ ທ່ານ Volkan Bozkir ອະດີດຮອງລັດຖະມົນຕີການຕ່າງປະທດ ຕຸລະກີ ຖືກຄັດເລືອກໃຫ້ເປັນປະທານສະໄໝ 75 ຂອງສະພາແຫ່ງສະຫະປະຊາຊາດດ້ວຍຄະແນນສຽງ 178/189.

ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ thanhnien)

 

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ