ສະຫະລັດອາເມລິກາ ໃຫ້ທຶນຊ່ວຍເຫລືອເພີ່ມ 2,5 ລ້ານໂດລາເພື່ອຕ້ານ COVID-19 ໃນລາວ

ສະຫະລັດອາເມລິກາ ໄດ້ໃຫ້ທຶນຊ່ວຍເຫລືອຕື່ມອີກ 2,5 ລ້ານໂດລາສະຫະລັດຜ່ານໂຄງການ (USAID), ເພື່ອສົ່ງເສີມ ປ້ອງກັນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ໃນລາວ.
ທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳລາວກ່າວວ່າ: “ທຶນຊ່ວຍເຫລືອດັ່ງກ່າວໄດ້ຢໍ້າເຖິງການພົວພັນຮ່ວມມືລະຫວ່າງສະຫະລັດອາເມລິກາແລະ ສປປລາວ”.ເຊິ່ງມາຮອດປັດຈຸບັນ ສະຫະລັດອາເມລິກາໄດ້ໃຫ້ການສະໜັບສະໜູນ ສປປ ລາວຕ້ານພະຍາດໂຄວິດ-19 ບັນລຸເຖິງ 7,5 ລ້ານໂດລາ. ທັງການປ້ອງກັນສຸຂະພາບແລະຄວາມເປັນຢູ່ທີ່ດີຂອງປະຊາຊົນລາວ.”
ໃນເດືອນກຸມພາຜ່ານມາ, ສະຫະລັດອາເມລິກາໄດ້ມອບອຸປະກອນການແພດໂດຍຜ່ານອົງການ USAID ໃຫ້ແກ່ສປປລາວເພື່ອສະຫນັບສະຫນູນຂະ ແໜງສາທາໃນການປະຕິບັດໜ້າທີ່ເບິ່ງແຍງຮັກສາສຸຂະພາບຂອງປະຊາຊົນໃຫ້ມີຄວາມປອດໄພ. ໃນເດືອນມີນາຜ່ານມາອົງການ USAID ໄດ້ມອບທືນຮ່ວງໃໝ່ຫລາຍກວ່າ 1,9 ລ້ານໂດລາເພື່ອນຳໃຊ້ເຂົ້າໃນການສະກັດກັ້ນພະຍາດ COVID-19 ແລະ ໃນເດືອນຜ່ານມາ, ສະຫະລັດອາເມລິກາໄດ້ມອບທຶນຊ່ວຍເຫລືອຕື່ມອີກປະມານ 3,17 ລ້ານໂດລາຈາກສູນຄວບຄຸມແລະປ້ອງກັນພະຍາດຂອງສະຫະລັດອາເມລິກາ (USCDC).
ນອກນັ້ນ, ຍັງມີເຄື່ອງກວດຫາສານຊີວະໂມເລກຸນ (PCR) ຈຳນວນສອງເຄື່ອງ, ແລັບທ໋ອບຈຳນວນສິບເຄື່ອງ, ເຄື່ອງອົບຂ້າເຊື້ອ, ເຄື່ອງກັ່ນຕອງອາກາດແບບພິເສດສຳລັບຫ້ອງທົດລອງ ມອບໃຫ້ແກ່ສູນວິເຄາະແລະລະບາດວິທະຍາກະຊວງສາທາລະນະສຸກເພື່ອ ນໍາໃຊ້ເຂົ້າໃນການກວດແລະວິເຄາະເຊື້ອພະຍາດຕ່າງໆ.

