ໂຄວິດ-19 ສອນໃຫ້ເຮົາຮູ້ປັບປ່ຽນວິຖີຊີວິດແບບໃໝ່

ໂດຍ: ທິດກໍ່າ
ໜຶ່ງໃນ 10 ຂໍ້ທີ່ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຖະແຫລງໃນມື້ວັນທີ 11 ມິຖຸນາ 2020 ຄືການປັບປ່ຽນວິຖີຊີວິດ ຫລັງພວກເຮົາເອົາຊະນະກັບໄພສົງຄາມຕ້ານການແຜ່ລະບາດຂອງເຊື້ອພະຍາດສາຍພັນໃໝ່ໂຄວິດ-19 ໃນບາດກ້າວທີໜຶ່ງຢ່າງມີໄຊ. ເນື້ອໃນດັ່ງກ່າວໄດ້ລະບຸວ່າ: “ຢ່າພາກັນລະເຫລີງ ທັງໃຫ້ເອົາໂອກາດນີ້ໃຫ້ແຕ່ລະຄົນ, ແຕ່ລະຄອບຄົວ, ແຕ່ລະການຈັດຕັ້ງແຕ່ເທິງລົງລຸ່ມຕ້ອງໄດ້ປັບປ່ຽນວິຖີຊີວິດ ຫລື ເວົ້າຢ່າງໜຶ່ງວ່າ: ການດຳລົງຊີວິດແບບໃໝ່ (NEW NORMAL) ທີ່ມີສະຕິລະວັງຕົວສູງກວ່າ, ກ້າວໜ້າທັນສະໄໝ, ສີວິໄລ, ປະຢັດມັດທະຍັດ ແລະ ມີລະບຽບວິໄນກວ່າເກົ່າ”. ເພາະສະນັ້ນ ມັນກໍສະແດງວ່າເຊື້ອພະຍາດໂຄວິດ-19 ບໍ່ພຽງແຕ່ຈະມາລ້າງຜານຊີວິດອິນຊີຂອງມວນມະນຸດໃນທົ່ວໂລກຫລາຍລ້ານຄົນ, ແຕ່ມັນຍັງສອນໃຫ້ພວກເຮົາຮູ້ປັບປ່ຽນວິຖີຊີວິດແບບໃໝ່ໃຫ້ສອດຄ່ອງກັບຍຸກສະໄໝ ແລະ ຂະບວນວິວັດການປ່ຽນແປງຂອງທຳມະຊາດ ແລະ ສັງຄົມ.
ເມື່ອຕັ້ງໂຈດກັນວ່າ: ເປັນຫຍັງເຊື້ອພະຍາດໂຄວິດ-19 ຈຶ່ງສອນໃຫ້ພວກເຮົາຮູ້ປັບປ່ຽນວິຖີຊີວິດແບບໃໝ່ ? ຄຳຕອບກໍຄື ໃນໄລຍະປະຫວັດສາດຜ່ານມາ ຄົນເຮົາໄດ້ທຳລາຍໂລກໃນທາງກົງ ແລະ ທາງອ້ອມມາຫລາຍຕໍ່ຫລາຍສົມຄວນແລ້ວ. ກົງກັນຂ້າມ ຖ້າພວກເຮົາຍັງຝືນສືບຕໍ່ທຳລາຍໄປເລື້ອຍໆ ບໍ່ໄວກໍຊ້າໂລກໃບນີ້ຍິ່ງຈະປະສົບບັນຫາໄພພິບັດ ແລະ ຊິ້ນສະຫລາຍໄປກັບສະພາວະຜົນກະທົບຕ່າງໆ ຍ້ອນມັນທົນບໍ່ໄຫວຕໍ່ພຶດຕິກຳທຳລາຍຂອງມວນມະນຸດໃນທົ່ວໂລກ. ບັນດາພຶດຕິກຳທຳລາຍໂລກໃນໄລຍະຜ່ານມາ ກໍຄືປັດຈຸບັນກໍມີຫລາຍອັນຫລາຍຢ່າງ ທັງທາງບວກ ແລະ ທາງລົບ. ການທຳລາຍໃນເຊີງທາງບວກນັ້ນ ກໍຄືມະນຸດໄດ້ດັດສົມທຳມະຊາດມາຮັບໃຊ້ຕົນເອງ ແລະ ສັງຄົມ ເຊິ່ງເອີ້ນຢ່າງໜຶ່ງວ່າ: ການສ້າງສາພັດທະນາ. ສ່ວນທຳໃນເຊີງທາງລົບນັ້ນ ແມ່ນເລີ່ມຈາກແນວຄວາມຄິດ, ຄວາມໂກດ, ຄວາມໂລບ, ຄວາມຫລົງ ແລ້ວສະແດງອອກໃນດ້ານພຶດຕິກຳທຳລາຍທຳມະຊາດ ແລະ ສິ່ງແວດລ້ອມ ຈົນໄປກະທົບເຖິງຕົນເອງ ແລະ ເພື່ອນມະນຸດຕາດຳໆດ້ວຍກັນ ເປັນຕົ້ນການຕັດໄມ້ທຳລາຍປ່າ, ຈູດປ່າ, ທຳລາຍທຳມະຊາດ ແລະ ສິ່ງແວດລ້ອມ, ຜະລິດອາວຸດຍຸດໂທປະກອນ, ຜະລິດອາວຸດນິວເຄຼຍມາປະຫັດປະຫານກັນ ຈົນເຮັດໃຫ້ໂລກຮ້ອນ ແລະ ສະພາບດິນຟ້າອາກາດນັບມື້ມີການປ່ຽນແປງ, ເກີດຮ້ອນຫລາຍ, ໜາວຫລາຍ, ເກີດພາຍຸ, ຄື້ນສຶນາມິ, ເກີດແລ້ງເກີດຖ້ວມ, ເກີດພະຍາດບາດເຍົາ, ໂຣກລະບາດຕ່າງໆມາກະທົບເຜົາຜານຊີວິດອິນຊີຂອງມວນມະນຸດເປັນແສນເປັນລ້ານໃນແຕ່ລະປີ. ຍ້ອນແນວນັ້ນ ການທີ່ເກີດໂຣກລະບາດໂຄວິດ-19 ອັນສາເຫດມັນກໍແມ່ນໂທດກຳຈາກການທຳລາຍໂລກ ກໍຄືການທຳລາຍທຳມະຊາດ ແລະ ສິ່ງແວດລ້ອມ. ຖ້າຈະເວົ້າໃນຄວາມເຊື່ອໃນທາງພຸດທະສາສະໜາກໍແມ່ນຟ້າແຖນລົງມະນຸດແມ່ນມີພະຍາອິນສັ່ງໃຫ້ພະຍາຍົມເອົາຢາພິດມາຂ້າມະນຸດໃຫ້ພາກັນຕາຍ ແລະ ຢ້ານກົວຕໍ່ການທຳລາຍໂລກໃຫ້ຄົນບາບຕາຍ, ຄົນດີຍັງ ແລະ ໃນອະນາຄົດເຮົາກໍບໍ່ຮູ້ວ່າຈະມີພະຍາດຊະນິດໃດມາລ້າງຜານຊີວິດອິນຊີມະນຸດເຮົາອີກ.
ແນວໃດກໍຕາມ, ອີງໃສ່ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ເວົ້າສະເພາະຢູ່ລາວເຮົາກໍປະສົບບັນຫາມີຜູ້ຕິດເຊື້ອເຖິງ 19 ຄົນ ແຕ່ກໍສາມາດປິ່ນປົວດີທັງໝົດ ນີ້ຄືໄຊຊະນະໃນບາດກ້າວທຳອິດທີ່ພວກເຮົາຊະນະກັບສັດຕູທີ່ບໍ່ມີຕົນມີຕົວ, ໄຮ້ກິ່ນ, ໄຮ້ສຽງ. ແຕ່ເພື່ອເຮັດໃຫ້ພາລະກິດການຕ້ານການແຜ່ລະບາດຂອງເຊື້ອພະຍາດສາຍພັນໃໝ່ໂຄວິດ-19 ອາດຈະມາຮຸກຮານໃນຮອບຕໍ່ໆໄປ ຫລື ອາດມີພະຍາດຮ້າຍກາດຊະນິດອື່ນໆທີ່ຈະມາທຳລາຍຊີວິດອິນຊີຂອງປະຊາຊົນລາວບັນດາເຜົ່າ ລາວເຮົາຕ້ອງໄດ້ປັບປ່ຽນແບບແຜນການດໍາລົງຊີວິດທີ່ສອດຄ່ອງເໝາະສົມກັບສະພາວະການປ່ຽນແປງຂອງໂລກ ແລະ ສະພາວະການປ່ຽນແປງຂອງດິນຟ້າອາກາດ ເປັນຕົ້ນພະຍາຍາມສ້າງ ແລະ ປົກປັກຮັກສາທຳມະຊາດ ແລະ ສິ່ງແວດລ້ອມໃຫ້ຢູ່ຄຽງຄູ່ກັບພວກເຮົາໃຫ້ຍືນຍົງຄົງກະພັນ, ການສ້າງເສດຖະກິດເຮັດຢູ່ທຳກິນຕ້ອງຕິດພັນກັບການອະນຸລັກຮັກສາທຳມະຊາດ ແລະ ສິ່ງແວດລ້ອມ. ອັນສຳຄັນທີ່ສຸດ ຕົວເຮົາຕ້ອງເປັນຄົນດຸໝັ່ນຂະຫຍັນພຽນໃນການຊອກຢູ່ທຳກິນ, ເປັນຄົນປະຢັດຊັດທ່ຽງ, ສະແຫວງຫາສິ່ງໃໝ່ໆທາງດ້ານເຕັກນິກວິທະຍາສາດ, ເພິ່ງຕົນເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນເລື້ອຍໆ. ໄປຄຽງຄູ່ກັນນັ້ນ ເປັນຄົນມີສິນທຳປະຈຳໃຈ ຮູ້ເພິ່ນຮູ້ໂຕ, ດຸໝັ່ນໃນການຊອກຮູ້ຮໍ່າຮຽນເອົາສິ່ງໃໝ່ທທີ່ດີຈາກໂລກພາຍນອກເຂົ້າມາໝູນໃຊ້ໃນການດຳລົງຊີວິດແລ້ວມີການປັບປ່ຽນໄປຕາມກາລະເທສະໃນເງື່ອນໄຂໃໝ່, ຍຸກໃໝ່ທັນສະໄໝ ພວກເຮົາຈຶ່ງສາມາດຢູ່ລອດໃນສັງຄົມ ແລະ ສາມາດຕ້ານກັບໄພຮ້າຍຕ່າງໆທີ່ຈະເຂົ້າມາບຸກລຸກຮຸກຮານພວກເຮົາ.

