ຍີ່ປຸ່ນ ກຳຈັດຂີ້ເຫຍື້ອແນວໃດ?

ບັນຫາຂີ້ເຫຍື້ອຢູ່ໃນຍີ່ປຸ່ນ ເປັນບັນຫາທີ່ລັດຖະບານເອົາໃຈໃສ່ເປັນພິເສດ. ຂ້ອຍເຮັດໃບສັນຍາເຊົ່າເຮືອນຫາກໍແລ້ວ, ນາຍໜ້າການເຊົ່າເຮືອນ ໄດ້ເອົາຕາຕະລາງ ພ້ອມກັບແຜ່ນພັບແນະນຳການແຍກຂີ້ເຫຍື້ອມາຍື່ນໃຫ້ຂ້ອຍ.

ການເກັບຂີ້ເຫຍື້ອແມ່ນໜ້າທີ່ຂອງອຳນາດການປົກຄອງທ້ອງຖິ່ນ ເປັນຜູ້ຈັດຕັ້ງປະຕິບັດ. ຂີ້ເຫຍື້ອແບ່ງອອກເປັນ 3 ປະເພດຄື: ອາດຈະຈູດ ຫຼື ເຜົາໄດ້ (burnable), ຈູດ ຫຼື ເຜົາບໍ່ໄດ້ (unburnable) ເຊັ່ນ: ຂີ້ເຫຍື້ອ ຢາງປະລາສະຕິກ ແລະ ຂີ້ເຫຍື້ອຂະໜາດໃຫ່ຍ, ປະເພດຂີ້ເຫຍື້ອ ອີເລັກໂຕຣນິກ. ແຕ່ລະປະເພດຂີ້ເຫຍື້ອມີຖົງສະເພາະຂອງມັນ ຊຶ່ງມີຂະໜາດແຕກຕ່າງກັນ, ແຕ່ລະຖົງຈະບັນຈຸໃນປະລິມານມີຂອບເຂດຕາມທີ່ກຳນົດ. ເງິນທີ່ຊື້ຖົງໃສ່ຂີ້ເຫຍື້ອນັ້ນ ເປັນເງິນຄ່າເກັບມ້ຽນຂີ້ເຫຍື້ອເລີຍ. ຖົງໃຫ່ຍເທົ່າໃດ ລາຄາກໍຍິ່ງສູງຂຶ້ນ. ຢູ່ເມືອງໃດ, ຄຸ້ມໃດ ກໍຈະຊື້ຖົງຢູ່ໃນເມືອງນັ້ນ, ຄຸ້ມນັ້ນ ບໍ່ໄດ້ນຳໃຊ້ຖົງຂອງບ່ອນອື່ນ.

ຖົງຂີ້ເຫຍື້ອຈະຖືກນຳໄປປະໄວ້ໃນສູນເກັບຂີ້ເຫຍື້ອຕາມຕາຕະລາງຢ່າງເຄັ່ງຄັດ. ຖ້າຫາກເປັນປະເພດຂີ້ເຫຍື້ອຂະໜາດໃຫ່ຍເຊັ່ນ: ໂຕະ, ຕັ່ງ, ຕູ້ເຢັນ, ໂທລະທັດ, ຕູ້ຊັກເຄື່ອງ…ຈະຕ້ອງຖືກຊື້ປີ້ ເພື່ອໃຫ້ບໍລິສັດເກັບມ້ຽນຂີ້ເຫຍື້ອໄປຕ່າງເອົາກັບທີ່ເພື່ອເອົາໄປຖອກໄວ້ສູນເກັບຂີ້ເຫຍື້ອ ແລ້ວ ຈຶ່ງສຳລະເງິນຕາມປີ້. ຂີ້ເຫຍື້ອຈະຖືກຊັ່ງ ແລະ ຄິດໄລ່ເປັນເງິນ. ຂີ້ເຫຍື້ອປະເພດເຄື່ອງອີເລັກໂຕຣນິກ ແມ່ນຕ້ອງໄດ້ເອົາໃຈໃສ່ເປັນພິເສດ ເພາະມັນມີວົງຈອນໄຟຟ້າ ແລະ ມີທາດເຄມີປົນເປື້ອນເປັນພິດ.

ຢູ່ຕາມສະຖານທີ່ສາທາລະນະເຊັ່ນ: ໂຮງຮຽນ ຈະບໍ່ມີຖັງຂີ້ເຫຍື້ອໃຫ້ຖິ້ມ ແຕ່ຮຽກຮ້ອງໃຫ້ປະຊາຊົນເກັບເອົາໄປຖິ້ມຢູ່ເຮືອນຂອງໃຜລາວ.

ຕໍ່ກັບບັນຫາເກັບມ້ຽນຂີ້ເຫຍື້ອຂອງຍີ່ປຸ່ນທີ່ກ່າວມາຂ້າງເທິງນັ້ນ, ຂ້າພະ

ເຈົ້າຄິດວ່າເປັນແນວທາງ ແລະ ເປັນຮູບແບບ, ວິທີການທີ່ດີ. ດີບໍທີ່ພວກເຮົາຈະນຳເອົາມາເປັນຕົ້ນແບບ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຢູ່ບ້ານເຮົາ. ແຕ່ກ່ອນອື່ນໝົດຕ້ອງມີໂຄງການສຶກສາອົບຮົມໃຫ້ທົ່ວປວງຊົນເຫັນໄດ້ຜົນຮ້າຍຂອງຂີ້ເຫຍື້ອຕໍ່ສິ່ງແວດລ້ອມ ແລະ ສຸຂະພາບ ແລະ ຄຸນປະໂຫຍດຂອງມັນໃນການຜະລິດຄືນໃໝ່ເປັນເຄື່ອງໃຊ້ສອຍຮອບທີສອງ ຊຶ່ງເຮັດແບບນີ້ ຊັບພະຍາກອນຈະບໍ່ມີຍາມບົກແຫ້ງ.

ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ vietnamnet)

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ