ອຸມົງພິເສດ ເພື່ອປ້ອງກັນ ປະທານາທິບໍດີ ປູຕີນພົ້ນຈາກໂຄວິດ-19 ຖືກເປີດເຜີຍ

ອົງການຂ່າວສານໜັງສືພິມວັງ Kremlin ໃຫ້ຮູ້ວ່າ: ມີອຸມົງພິເສດຖືກຈັດວາງໄວ້ໃນທຳນຽບຂອງປະທານາທິບໍດີ ລັດເຊຍຢູ່ທີ່ Novo-Ogarevoເພື່ອເປັນບ່ອນປ້ອງກັນເຊື້ອໄວຣັດໂຄວິດ-19 ໃຫ້ແກ່ປະທານາທິບໍດີ ປູຕີນ.
ທຸກຄົນທີ່ມີພາລະກິດກັບປະທານາທິບໍດີລັດເຊຍ ວະລາດີເມຍ ປູຕີນ ຕ້ອງໄດ້ໄປຜ່ານອຸມົງພິເສດ. ອົງການສຳນັກງານຂ່າສານໜັງສືພີມວັງ Kremlinເປີດເຜີຍ.
ຜູ້ທີ່ໄປຜ່ານອຸມົງດັ່ງກ່າວຕ້ອງໄດ້ຜ່ານ ມ່ານໝອກບາງໆ ຊຶ່ງເປັນນໍ້າຢາຂ້າເຊື້ອ, ທັງໝົດຮ່າງກາຍ ແລະ ເຄື່ອງນຸ່ງລ້ວນແຕ່ໄດ້ຜ່ານການຂ້າເຊື້ອຢ່າງລະອຽດ.
ໃນລະຫວ່າງເດືອນເມສາຜ່ານມາ, ເລຂາຂອງສຳນັກງານໜັງສືພິມຂອງປະທານາທິບໍດີ ທ່ານ Dmitry Peskov ປະກາດວ່າ: ທຸກຄົນທີ່ໄປພົບກັບປະມຸກແຫ່ງລັດຂອງລັດເຊຍ ລ້ວນແຕ່ໄດ້ຜ່ານການກວດຫາເຊື້ອ ໂຄວິດ-19 ກ່ອນ.
ທ່ານ Peskov ໃຫ້ຮູ້ວ່າ: ປະທານາທິບໍດີ ວະລາດີເມຍ ປູຕີນ ບໍ່ໄດ້ປະຕິເສດທັງໝົດກັບຜູ້ທີ່ມີຈຸດປະສົງເຂົ້າພົບກັບທ່ານ ແຕ່ມີການຈຳກັດການພົບປະລົງ ແລະ ທຸກຂັ້ນຕອນຕ້ອງປະຕິບັດຕາມກົດຢ່າງເຄັ່ງຄັດ ການຮັກສາໄລຍະຫ່າງທາງສັງຄົມ.
ການລະບາດຂອງພະຍາດໂຄວິດ-19 ຢູ່ລັດເຊຍ ໄດ້ມີຜູ້ຕິດເຊື້ອຫຼາຍກວ່າ 545.000 ກໍລະນີ ແລະ ມີຜູ້ເສບຊີວິດ 7.000 ຄົນ, 294.000 ປົວຫາຍດີ.
